18 May
18May

ຄຳວ່າ: ສຸພາສິດ ພາສາລາວມີຄວາມໝາຍວ່າແນວໃດ?

ທຸກໆປະເທດ ທຸກໆວັດຖະນະທຳ ແລະ ສາສະໜາ ລ້ວນແລ້ວແຕ່ມີວັນນະຄະດີຄຳເວົ້າທີ່ແຫລມຄົມຖິ້ມແທງຫົວໃຈ, ເຊິງຄຳເວົ້າທີ່ສັ້ນໆດັ່ງຄົມມີດ ແລະ ມີເນື້ອໃນໃຈຄວາມຄະຕິເຕືອນໃຈອັນເລີກເຊິງນີ້ເອີ້ນວ່າ ສຸພາສິດ.


ສຸພາສິດ=สุภาษิต

ສຸພາສິດລາວ ກັບ ສຸພາສິດໄທ ກໍ່ຈະມີຄວາມໝາຍແບບດຽວກັນ ຕ່າງແຕ່ສໍານວນຄໍາເວົ້າອາດຈະບໍ່ຄືກັນ ສຸພາສິດເປັນຄໍາເວົ້າຂອງບຸກຄົນໃດໜຶ່ງສ້າງຂຶ້ນມາເພື່ອສ່ອງແສງເຖິງສັງຄົມທີ່ຕົນສັງກັດຢູ່ ສ່ອງແສງເຖິງຄວາມເປັນຈິງແລ້ວຈຶ່ງສ້າງເປັນຄຳເວົ້າທີ່ເກາະກ່າຍກັນ ມີຄວາມໝາຍເລິກເຊິ່ງ ແລະ ຝາກເປັນຄຳສອນໄວ້ສືບທອດເຖິງລຸ່ນລູກລຸ່ນຫຼານ ແຕ່ລະປະເທດອາດມີຄວາມແຕກຕ່າງກັນທາງດ້ານການດຳລົງຊີວິດຂອງຄົນໃນສັງຄົມ ເພາະວ່າສັງຄົມອາດຈະບໍ່ເທົ່າທຽມກັນ ບາງປະເທດຈະເລີນກ້າວໜ້າໄປໄກ ແຕ່ບາງປະເທດກໍ່ຍັງທຸກຍາກ ແລະ ຫຼ້າຫຼັງຢູ່ ສະນັ້ນ; ສຸພາສິດຈຶ່ງສ່ອງແສງເຖິງສັງຄົມຂອງໃຜຂອງມັນ.
ຄວາມໝາຍຂອງຄຳວ່າ: ສຸພາສິດ ກໍ່ຄື ຄໍາສອນ,ເປັນຄໍາເວົ້າທີ່ດີມີເນື້ອໃນ ແລະ ຄວາມໝາຍອັນເລິກເຊິ່ງ ໄດ້ໃຈຄວາມ ເປັນຄະຕິປະຈຳໃຈ ເຕືອນໄວ້ເພື່ອການດຳລົງຊີວິດທີ່ດີຂອງຄົນໃນສັງຄົມ ສຸພາສິດອາດເປັນຄຳເວົ້າທຳມະດາຟັງແລ້ວເຂົ້າໃຈງ່າຍຕົງໆ ຕົວຢ່າງ: ອົດສົ້ມໄດ້ກິນຫວານ ອົດທົນທານວຽກງານຈຶ່ງແລ້ວ, ໄມ້ລຳດຽວລ້ອມຮົ້ວບໍ່ໄຂວ່ ໄພ່ບໍ່ພ້ອມແປງບ້ານບໍ່ເຮືອງ, ຄົບຄົນດີມີສີແກ່ຕົວຄົບຄົນຊົ່ວພາຕົວຫມົ່ນຫມອງ…ເຫຼົ່ນນີ້ເປັນຕົ້ນ.

ອະທິບາຍຄວາມໝາຍຂອງຄຳວ່າ ສຸພາສິດ ໃນພາສາລາວ


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido ແລະ ເວັບໄຊ doodido.com

น่าดู

UFABET

แทงบอล

ดูบอล

ดูหนัง HD

Comments
* The email will not be published on the website.
I BUILT MY SITE FOR FREE USING