08 Aug
08Aug

ຄຳວ່າ ສໍາມະນາ ແລະ ປາຖະກະຖາ ມີຄວາມໝາຍຄືກັນ ແລະ ຕ່າງກັນແນວໃດ?

    ເປັນອີກຄໍາສັບໜຶ່ງທີ່ຫາກບໍ່ສືກສາເບິ່ງລະອຽດແທ້ຈະເຂົ້າໃຈຄວາມໝາຍຂອງສອງຄຳນີ້ຜິດໄປ ແລະ ກໍ່ເຊືອວ່າບາງທ່ານຄົງຄິດວ່າເປັນຄວາມໝາຍອັນດຽວກັນ, ຄວາມໝາຍຂອງສອງຄຳນີ້ແມ່ນອາດເວົ້າໄດ້ວ່າມີຄວາມໝາຍຄ້າຍຄືກັນແຕ່ການນຳໄປໃຊ້ທາງດ້ານເນື້ອໃນໃຈຄວາມແມ່ນມີຄວາມແຕກຕ່າງກັນ.  ບົດຄວາມຕອນນີ້ ເຮົາຈະເວົ້າມາເຖິງຄໍາວ່າ ສໍາມະນາ ແລະ ປາຖະກະຖາ ສອງຄໍານີ້ຫຼາຍຄົນມັກຫຼົງວ່າແມ່ນຄໍາດຽວກັນ ສາມາດໃຊ້ຄໍາໃດກໍ່ໄດ້ ແຕ່ໃນຄວາມເປັນຈິງແລ້ວມັນມີຄວາໝາຍທີ່ແຕກຕ່າງກັນ. ສະນັ້ນ, ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ເຮົາຂໍນໍາເອົາຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເພື່ອມາອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ດັ່ງນີ້:
DooDiDo
ຄຳວ່າ ສໍາມະນາ.ສໍາມະນາ ໃຊ້ເປັນຄໍາກໍາມະ ມີຄວາມໝາຍວ່າ: ການປະຊຸມ ເພື່ອແລກປ່ຽນຄໍາຄິດເຫັນ ແລະ ຄວາມຮູ້ທາງດ້ານວິຊາການ ໂດຍມີຈຸດ ປະສົງ ແລະ ເປົ້າໝາຍອັນແນ່ນອນ, ຜົນຂອງການສໍາມະນາຖືວ່າເປັນພຽງຂໍ້ສະເໜີແນະ ຜູ້ເຂົ້າຮ່ວມທີ່ກ່ຽວຂ້ອງຈະນໍາໄປປະຕິບັດຕາມ ຫຼືບໍ່ປະຕິບັດກໍໄດ້.
ຕົວຢ່າງ:
ໃນທຸກໆເດືອນບໍລິສັດຈະຈັດການສໍາມະນາກ່ຽວກັບວິທີການເປັນຜູ້ນໍາດ້ານການຂາຍເຄື່ອງທາງອອນລາຍ.
ຄຳວ່າ ປາຖະກະຖາ.
ປາຖະກະຖາ ໃຊ້ເປັນຄໍາກໍາມະ ມີຄວາມໝາຍໝາຍວ່າ: ການບັນຍາຍ ເພື່ອເຜີຍແຜ່ຜົນຂອງກອງປະຊຸມ, ມະຕິຄໍາສັ່ງຕ່າງໆຂອງພັກ-ລັດ, ລວມເຖິງເລົ່າຫວນຄືນປະຫວັດສາທີ່ສໍາຄັນຂອງຊາດ ໃຫ້ແກ່ຜູ້ເຂົ້າຮ່ວມໄດ້ຮັບຟັງ ເພື່ອນໍາໄປຈັດຕັ້ງປະຕິບັດ ແລະ ໝູນໃຊ້ໃນຊີວິດປະຈໍາວັນ ລວມເຖິງໃນການປະບັດໜ້າທີ່ວຽກງານ.
ຕົວຢ່າງ:
ໃນໂອກາດຊົມເຊີຍວັນຊາດທີ 2 ທັນວາ, ອົງການຈັດຕັ້ງຂອງລັດໄດ້ມີການປະຖະກະຖາ
ກ່ຽວກັບວິລະກໍາການຕໍ່ສູ້ປົດປ່ອຍຊາດໃຫ້ແກ່ພະນັກງານໜຸ່ມນ້ອຍ.
ສໍາມະນາ ແລະ ປາຖະກະຖາ ມີຄວາມໝາຍຕ່າງກັນແນວໃດ?

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido



ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING