ໃນບົດຄວາມຕອນນີ້ ເຮົາຈະເວົ້າເຖິງຄວາມໝາຍຂອງຄໍາວ່າ ໃສ ແລະ ໄສ ສອງຄໍານີ້ອ່ານອອກສຽງຄ້າຍຄືກັນຫຼາຍ ແລະ ມີຫຼາຍຄົນໃຊ້ສອງຄໍານີ້ຜິດ. ສະນັ້ນ, ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ເຮົາຂໍອ້າງອີງໃສ່ຂໍ້ມູນໃນວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຊິ່ງເພິ່ນໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ຂ່ອນຂ້າງຊັດເຈນຄືດັ່ງນີ້:
ຄຳວ່າ ໃສ.
ສາມາດໃຊ້ເປັນທັງຄໍາແທນນາມ ແລະ ຄໍາຄຸນນາມ ເຊິ່ງມີຄວາໝາຍແຕກຕ່າງກັນອອກໄປເຊັ່ນ:
ໃສ (ຄໍາແທນນາມ, ໃຊ້ເປັນຄໍາຖາມ) ເຊັ່ນ: ທີ່ໃດ, ບ່ອນໃດ, ຢູ່ໃສ
ຕົວຢ່າງ:
ຢູ່ໃສແລ້ວສະບາຍໃຈກໍ່ຈົງຢູ່ບ່ອນນັ້ນເທີ້ນ.
ພັກແລ້ງປີນີ້ເຈົ້າວາງແຜນໄປທ່ຽວໃສ?
ໃສ (ຄໍາຄຸນນາມ) ໝາຍເຖິງ ສະຫວ່າງ, ຮຸ່ງເຮືອງ, ບໍ່ຂຸ່ນ, ແຈ້ງ.
ຕົວຢ່າງ:
ຟ້າຫຼັງຝົນຍ່ອມສົດໃສສະເໝີ.
ຖ້າຢາກໃຫ້ແວ່ນໜ້າລົດໃສ ຕ້ອງໃຊ້ນໍ້າຢາເຊັດແວ່ນຍີ່ຫໍ້ນີ້.
ຄຳວ່າ ໄສ.
ເປັນຄໍາກໍາມະ ມີຄວາມໝາຍວ່າ ໄລ່ໜີ, ສົ່ງໄປ, ໄລ່ໄປ ເຊັ່ນວ່າ: ຜັກໄສ ໄລ່ສົ່ງ, ນອກຈາກນັ້ນຍັງມີຄວາມໝາຍວ່າຍູ້ໄປ, ໄຖໄປທາງໜ້າ.
ຕົວຢ່າງ:
ເມືື່ອພໍ່ເສຍລາວກໍ່ຖືກແມ່ລ້ຽງຜັກໄສໄລ່ສົ່ງໃຫ້ອອກຈາກເຮືອນຫຼັງນີ້.
ການໄຖນາຕ້ອງໄສຄາດໄປທາງໜ້າ.
ນອກນີ້, ຖ້າເອົາຄໍວ່າ ໄສ ໄປປະສົມກັບຄໍາອື່ນກໍ່ຈະມີຄວາມໝາຍທີ່ແຕກຕ່າງອອກໄປ ເຊັ່ນ:
ໄສຍະສາດ ໝາຍເຖິງ ຄໍາພີ ຫຼືວິຊາອາຄົມ ມົນຄະຖາຂອງຄົນບູຮານ
ໃສ ແລະ ໄສ ຄຳທີ່ອອກສຽງ ແລະ ການສະກົດຄຳທີ່ຄ້າຍຄືກັນ.
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.