ທີ່ຜ່ານມາສັງເກດເຫັນຫລາຍໆຄົນມີການນຳໃຊ້ຜິດຫຼາຍເຕີບສຳລັບຄຳນີ້ ເວລາຢາກເວົ້າເຖິງການຫວນຄືນ ເຫດການໃດໜຶ່ງມັກເວົ້າ ແລະຂຽນວ່າ ຍ້ອນ ເຊິ່ງມັນຜິດຄວາມໝາຍ ໃນວັດຈະນານຸກົມສະບັບສະຖາບັນຄົ້ນຄວ້າຯ 2012:386 ແລະ 794
ຍ້ອນ ເປັນຄຳເຊື່ອມ ແປວ່າ ເພາະວ່າ, ເຫດວ່າ, ດ້ວຍເຫດ….ເຊັ່ນ ຍ້ອນວ່າຂ້ອຍຮັກຂ້ອຍຈຶ່ງຍອມທຸກຢ່າງ, ຍ້ອນຮັກຈຶ່ງຫວງ, ຍ້ອນຫຍັງຈຶ່ງເຮັດແບບນີ້ກັບຂ້ອຍ ?, ຍ້ອນວ່າ ຂ້ອຍທຸກຫວາ ເຈົ້າຈຶ່ງບໍ່ຮັກຂ້ອຍ?….
ຢ້ອນ ມີສອງຄວາມໝາຍຄື 1. ຢືນຢູ່ແລ້ວເຮັດຂາເໜັງຂຶ້ນ-ລົງ, ເຮັດຂາ ແລະແອວໂຢະຂຶ້ນ-ລົງຕາມຈັງຫວະດົນຕີ. 2. ກັບຄືນ ເຊັ່ນ ຢ້ອນຫຼັງ, ຢ້ອນອະດີດ, ຢ້ອນເຖິງເຫດການ…
ຕົວຢ່າງ:
– ຍ້ອນອະດີດ ໝາຍເຖິງ ເພາະວ່າອະດີດ ຫຼື ມີເຫດຈາກອະດີດ ຈະບໍ່ໝາຍເຖິງ ການຫວນຄືນອະດີດ. ຖ້າຢາກເວົ້າວ່າ ຫວນຄືນຫຼັງ ຫວນຄືນອະດີດຕ້ອງໃຊ້ ຢ້ອນ
– ຍ້ອນຄວາມຮັກ ໝາຍເຖິງ ເພາະວ່າຄວາມຮັກ, ຄວາມຮັກເປັນເຫດ ບໍ່ໝາຍເຖິງ ການຢ້ອນຄືນຄວາມຮັກ
ກຸ່ມຄົນທີ່ມັກໃຊ້ຄຳນີ້ຜິດ ໂດຍສະເພາະຄົນນະຄອນຫຼວງວຽງຈັນ ສະແດງຄວາມຜິດອອກທັງການຂຽນ, ການເວົ້າ (ປາກົດໃຫ້ເຫັນລະດັບໂຄສົກ, ພີເຈ ແລະລວມທັງນັກຂ່າວມືອາຊີບຈາກໂທລະພາບແຫ່ງຊາດບາງທ່ານດ້ວຍ).
ຄວາມໝາຍໃນພາສາລາວ ການໃຊ້ ຄຳວ່າ ຍ້ອນ ແລະ ຢ້ອນ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido