26 May
26May

ພາສາລາວຄຳວ່າ ປະຈານ ແລະ ວິຈານ ມີຄວາມໝາຍແນວໃດ.

ຄິດວ່າຫລາຍໆທ່ານເຄີຍໄດ້ຍິນຄຳວ່າ #ປະຈານ ກັບ #ວິຈານ ແລະ ເຄີຍໄດ້ນຳໃຊ້ມາຢ່າງຫລວງຫລາຍແລ້ວ ທັງເປັນຄຳເວົ້າ ແລະ ໃນທາງການວິພາກວິຈານໃນເລື່ອງລາວຕ່າງໆທີ່ເກີດຂື້ນກັບສັງຄົມ ແລະ ຊິວິດຕົວຈິງປະຈຳວັນ.

#ແຕ່ເຊື່ອແນ່ນອນວ່າເຄີຍໄດ້ຍິນ ແຕ່ບໍ່ມີໃຜຢາກຖືກປະຈານດອກ ເພາະໃນຄວາມໝາຍ ຄວາມເຂົ້າໃຈຂອງສັງຄົມຄຳວ່າ ປະຈານ ຄືການຫັກໜ້າກັນຢ່າງບໍ່ມີການປານີ, ການເປີດເຜີຍຄວາມຊົ່ວ ກົວຕໍ່ການລົງໂທດທີ່ເຄີຍເຮັດຜິດ(ສະຖາບັນຄົ້ນຄວ້າຯ 2012:592)

ເມື່ອທຸກຄົນຢ້ານການ #ປະຈານ ຈຶ່ງເຮັດໃຫ້ຄຳວ່າ #ປະຈານ ລາມເຖິງຄຳວ່າ #ວິຈານ ເນື່ອງຈາກທັງສອງຄຳນີ້ລົງທ້າຍຄືກັນ.

ເມື່ອບາງຄົນຢາກຊີ້ແຈງ, ຢາກສະແດງຄວາມຄິດເຫັນໃນການກະທຳຂອງໃຜຄົນໜຶ່ງ ຫຼື ໃຜຄົນໜຶ່ງກຳລັງຖືກສັງຄົມວິຈານ ຈຶ່ງເຂົ້າວ່ານັ້ນຄືການປະຈານ ແລະສັງຄົມດຽວນີ້ເລີຍເຂົ້າໃຈວ່າ ການວິຈານຄືສິ່ງບໍ່ດີ, ບໍ່ມັກ ບໍ່ສະເພາະແຕ່ບຸກຄົນເທົ່ານັ້ນຍັງລວມໄປເຖິງ ອົງກອນ, ບົດປະພັນວັນນະຄະດີ ລ້ວນແຕ່ບໍ່ມັກຖືກວິຈານ.

ທັງນີ້ກໍເພາະວ່າ ຜູ້ຈະວິຈານຄົນອື່ນກໍສະແດງອອກໃນລັກສະນະດຽວກັບປະຈານ.


ສາເຫດທີ່ພາໃຫ້ເປັນຄືແນວນີ້ກໍເນື່ອງຈາກວ່າ ຄວາມເຂົ້າໃຈພາສາ ແລະການສື່ສານຍັງຢູ່ໃນລະດັບພື້ນຖານ.

ຄວາມໝາຍພາສາລາວກັບຄຳວ່າ ປະຈານ ແລະ ວິຈານ


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido

น่าดู

UFABET

แทงบอล

ดูบอล

ดูหนัง HD

Comments
* The email will not be published on the website.
I BUILT MY SITE FOR FREE USING