20 Sep
20Sep

ຄຳວ່າ ສ່ວນຫຼາຍ ແລະ ສ່ວນໃຫຍ່ ມີຄວາມໝາຍແບບໃດ?

    ໃນພາສາລາວມີຫລາຍໆຄຳທີ່ສະກົດຕ່າງກັນອອກສຽງຕ່າງກັນແຕ່ໃຊ້ແທນກັນໄດ້ສາຍເຫດກໍມາຈາກຫລາຍປັດໃຈ ຈາກການເອົາຄຳມາປະສົມກັນ, ຈາກການອອກສຽງທີຄ້າຍຄືກັນ, ຈາກການເອົາຄວາມໝາຍທີ່ໃກ້ຄຽງກັນມານຳໃຊ້ທົດແທນກັນເຮັດໃຫ້ມີຄວາມໝາຍແບບດຽວກັນ ແລະ ອື່ນໆເປັນຕົ້ນ.  ສະນັ້ນບົດນີ້ຈະນຳເອົາຄຳວ່າ ສ່ວນຫຼາຍ ແລະ ສ່ວນໃຫຍ່ ທີ່ເປັນຄຳສັບທີມີຄວາມໝາຍໃກ້ຄຽງກັນ ແລະ ທັງໃຊ້ແທນກັນໄດ້ມານຳສະເໜີເພື່ອເປັນຂໍ້ຄິດໄປນຳກັນ ແຕ່ຄວາມໝາຍຂອງຄຳແມ່ນແຕກຕ່າງກັນ, ການສະກົດຜິດອາດເຮັດໃຫ້ໄດ້ຄວາມໝາຍອື່ນໄປເລີຍ.
DooDiDo
ຄຳວ່າ ສ່ວນຫລາຍ.
ຄຳວ່າ “ຫຼາຍ” ໝາຍເຖິງ ບໍ່ໜ້ອຍ, ມາກມາຍ, ຂອງມີຈຳນວນມາກ ເອີ້ນ ຂອງຫຼາຍ; ຈຳນວນສິບໆ ເອີ້ນ ຫຼາຍສິບ; ຈຳນວນຮ້ອຍໆ ເອີ້ນ ຫຼາຍຮ້ອຍ ແລະເປັນຄຳພ້ອງຄວາມໝາຍກັບ “ມາກ”.
ຄຳວ່າ “ສ່ວນຫຼາຍ” ຈະເໝາະກັບຄວາມໝາຍທີ່ວ່າ “ພູດຫຼືສ່ວນທີ່ມີຈຳນວນຫຼາຍ” ກວ່າຄຳວ່າ “ສ່ວນໃຫຍ່”.
ຕົວຢ່າງ:
– ຄຳແດງໄດ້ເປັນຫົວໜ້າຫ້ອງ ເພາະສຽງສ່ວນຫຼາຍເລືອກເອົາລາວ.
– ເນື້ອໃນທີ່ອາຈານບັນຍາຍສ່ວນຫຼາຍອ້າງອີງມາຈາກເອກະສານລາວສະໄໝເກົ່າໆ.
– ຄົນຕ່າງປະເທດສ່ວນຫຼາຍຈະບໍ່ຮູ້ຈັກວ່າເມືອງແປກຢູ່ໃສ.
ຄຳວ່າ ສ່ວນໃຫຍ່.
ສຳລັບຄຳວ່າ “ໃຫຍ່” ໝາຍເຖິງ ບໍ່ນ້ອຍ, ກົງກັນຂ້າມກັບນ້ອຍ, ຂະຫຍາຍຂຶ້ນ, ຕື່ງຂຶ້ນ.
“ສ່ວນໃຫຍ່”. ແມ່ນກວມໄປເປັນຈຳນວນທີ່ຫລາຍກວ່າໃນການປຽບທຽບ.
ຕົວຢ່າງ:
– ພະນັກງານຫ້ອງການຢູ່ບ່ອນຂ້ອຍເຮັດວຽກ ສ່ວນໃຫຍ່ຮຽນຈົບຈາກ ມຊ.
– ຜູ້ປະສົບເຄາະຮ້າຍຈາກໄພພິບັດຄັ້ງນີ້ ສ່ວນໃຫຍ່ເປັນຊາວຕ່າງປະເທດ.
– ນັກທຸລະກິດຕ່າງປະເທດທີ່ມາລົງທຶນຢູ່ ສປປ ລາວ ສ່ວນໃຫຍ່ແມ່ນມາຈາກ ສປ ຈີນ.
ຄວາມໝາຍຂອງຄຳວ່າ ສ່ວນຫຼາຍ ແລະ ສ່ວນໃຫຍ່ ໃນພາສາລາວ?


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING