ຄຳວ່າ ຫວຸດຫວິດ ແລະ ວຸດວິດ ແມ່ນມີຄວາມໝາຍແຕກຕ່າງກັນ.
ເພື່ອຄວາມກະຈ່າງແຈ້ງ ແລະ ເພື່ອໃຫ້ຫລາຍໆທ່ານໄດ້ຮຽນຮູ້ເຂົ້າໃຈໄປນຳກັນລະຫວ່າງ ຄຳວ່າ ຫວຸດວິດ ແລະ ວຸດວິດນີ້ຂ້າພະເຈົ້າກໍໄດ້ໄປຊອກຫາຂໍ້ມູນຕ່າງໆເພື່ອນຳມາອະທິບາຍ ແລະ ເບິ່ງເຫດຜົນໄປນຳກັນ, ຕາມທີ່ໄດ້ໄປຊອກຫາໃນແຫລ່ງຂໍ້ມູນຕ່າງໆ ແລະ ໃນວັດຈະນານຸກົມຫລາຍໆສະບັບກໍໄດ້ໃຫ້ຄວາມໝາຍຂອງຄຳ ແລະ ອະທິບາຍໄປໃນທິດທາງທີ່ຄ້າຍໆກັນເຊິງລາຍລະອຽດຈະມີປະມານນີ້.
DooDiDoຄຳວ່າ ຫວຸດຫວິດ.
ໂດຍທົ່ວໄປແລ້ວຈະເປັນຄຳທີ່ປະສົມກັນເລີຍໂດຍບໍ່ຄອຍປະກົດເຫັນຄຳວ່າ ຫວຸດ ຢູ່ຄຳດຽວ, ສ່ວນຫລາຍແມ່ນມາປະສົມກັບ ຫວິດ ໂດຍສະເພາະ “ຫວຸດຫວິດ”
ຄຳວ່າ ຫວຸດ.
ຫວຸດ ຕົວດຽວແມ່ນບໍ່ປາກົດເຫັນ ແລະ ກໍບໍ່ເຫັນການອະທິບາຍຄວາມໝາຍໄວ້ໃນວັດຈະນານຸກົມ.
ຄຳວ່າ ຫວິດ.
ເປັນຄຳກຳມະໝາຍເຖິງ ມົ້ມ, ລອດ, ພົ້ນ, ເກືອບຖືກ, …
ມັກໃຊ້ກັບເຫດການເອົາຕົວລອດແບບບໍ່ຄາດຄິດ, ການເອົາຕົວລອດແບບໜ້າອັດສະຈັນ.
ຕົວຢ່າງ:
ລົດເມທັງໃຫຍ່ ແລະ ຍາວ ແຊງຂ້ອຍໄປບຽດຂ້ອຍເກືອບຖືກຕຳລອດມາຢ່າງຫວຸດວິດ.
ເດັກນ້ອຍຢອກກັນເກືອບຕົກຮ່ອງນ້ຳພໍ່ລາວຈັບໄດ້ທັນຢ່າງຫວຸດຫວິດ.
ສາມາດເວົ້າໄດ້ວ່າ”ຫວິດ” ເປັນຕົວຫຼັກ ແລະຫວຸດເປັນຕົວຂະຫຍາຍຄຳ ທີ່ຢູ່ທາງໜ້າ.
ຢ່າຫລົງກັນ! ຄຳວ່າ ຫວຸດຫວິດ ແລະ ວຸດວິດ ມີຄວາມໝາຍບໍ່ຄືກັນ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์