ເພື່ອໃຫ້ຄົນຮຸ່ນໜຸ່ມໄດ້ຮຽນຮູ້ ກໍາແໜ້ນມູນເຊື້ອປະຫວັດສາດຂອງຊາດລາວ ພ້ອມລະລຶກເຖິງຄຸນງາມຄວາມດີຂອງບັນດາຜູ້ນໍາ 16 ທ່ານ ຜູ້ສະຫຼາດສ່ອງໃສ ສ້າງເຫດການໂຕນອອກຈາກຄຸກຄ້າຍຄຸມຂັງໂພນເຄັງໄປຍັງຖານທີ່ໝັ້ນການປະຕິວັດ ແລະ ຈະເປັນແວ່ນແຍງແຫ່ງນ້ຳໃຈຮັກຊາດ, ຮັກອິດສະຫຼະ ແລະມີນ້ຳໃຈເພື່ອແຜ່ນດິນອັນຄົບຖ້ວນຂອງປວງຊົນລາວ ຈິ່ງຄວນຈາລືກໄວ້ໃນຫໍມູນເຊື້ອໃຫ້ຄົນຮຸນຕໍ່ໆມາໄດ້ຮຽນຮູ້.
ຕາມການລາຍງານຂອງວິທະຍຸແຫ່ງຊາດລາວໄດ້ລາຍງານໃຫ້ຮູ້ວ່າ ລັດຖະບານຈິ່ງໄດ້ ທຸ້ມງົບປະມານຈຳນວນ 85 ຕື້ກວ່າກີບສ້າງອະນຸສອນສະຖານໜຶ່ງຂຶ້ນ ແລະກະຊວງປ້ອງກັນປະເທດ ໄດ້ຈັດພິທີເປີດອະນຸສອນສະຖານ ຄຸກກັກຂັງຜູ້ນຳພັກ-ແນວລາວຮັກຊາດ 16 ທ່ານ ຂອງລັດຖະບານຫຸ່ນຂາຍຊາດ ທີ່ຄ້າຍໂພນເຄັງ ໃນຕອນເຊົ້າວັນທີ 13 ກໍລະກົດ 2020, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄຳ ວິພາວັນ, ຮອງປະທານປະເທດແຫ່ງ ສປປ ລາວ; ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ.
ໃນພິທີ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຂຶ້ນມີຄໍາເຫັນ ວ່າ: ການກໍ່ສ້າງອະນຸສອນສະຖານດັ່ງກ່າວນີ້ ເພື່ອຈາລຶກ ແລະ ເສີມຂະຫຍາຍຄັງສາງດ້ານທິດສະດີ ແລະ ພຶດຕິກໍາຕົວຈິງໃນການນໍາພາຂອງພັກ-ແນວລາວຮັກຊາດ, ເປັນການຢັ້ງຢືນເຖີງຜົນງານອັນໂດດເດັ່ນ, ຄວາມສະຫຼຽວສະຫລາດ-ເກັ່ງກ້າ-ອາດຫານຊານໄຊ-ບໍ່ຍອມຈໍານົນຂອງບັນດາຜູ້ນຳເຮົາທີ່ກ້າປະເຊີນໜ້າໂດຍກົງກັບສັດຕູ, ບໍ່ຫວັ່ນໄຫວຕໍ່ເຫດການໃດໆ ໃນການໂຕນອອກຈາກຄຸກຄັ້ງມະຫັດສະຈັນທີ່ບໍ່ເຄີຍມີໃນລາວ ກໍຄື ໃນໂລກ.
ອານຸສອນສະຖານໃຫ້ຄົນຮຸນຫລັງໄດ້ຊົມ ຄຸກກັກຂັງຜູ້ນຳລາວ 16 ຄົນ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido