25 Jul
25Jul

ຄໍາວ່າ ກອຍ ກັບ ໄກວ ມີຄວາມໝາຍຕ່າງກັນແນວໃດ?

ພາສາລາວເປັນພາສາທີ່ມີຄວາມອຸດົມສົມບູນໃນການນໍາໃຊ້, ເຊິ່ງຄໍາສັບໜຶ່ງມັນສາມາດແປໄດ້ຫຼາຍຄວາມໝາຍ, ມີບາງຄໍາສັບຂຽນຄ້າຍຄືກັນ ແລະ ການອອກສຽງກໍ່ມີຄວາມແຕກຕ່າງກັນພຽງເລັກນ້ອຍ, ແຕ່ລະຄໍາສັບນັ້ນ ມັນກໍ່ມີຄວາມໝາຍແຕກຕ່າງກັນອອກໄປ ຂຶ້ນກັບຮູບແບບຂອງປະໂຫຍກນັ້ນໆ, ໂດຍທົ່ວໄປແລ້ວ ການອອກສຽງແມ່ນຂຶ້ນກັບສໍານຽງຂອງກຸ່ມຄົນແຕ່ລະຊົນເຜົ່າທີ່ອາໄສຢູ່ແຕ່ລະພາກຂອງປະເທດລາວ.
ໃນບົດຄວາມນີ້ເຮົາຈະມາເວົ້າເຖິງ ຄວາມໝາຍຂອງ ຄໍາວ່າ ກອຍ ກັບ ໄກວ, ເຊິ່ງຖ້າຫາກວ່າເຮົາບໍ່ຟັງດີໆ ຫຼື ຟັງແບບຜິວເຜີນ ກໍ່ອາດຈະຈໍາແນກບໍ່ອອກວ່າຄໍາໃດເປັນຄໍາໃດ ເພາະວ່າມັນມີສໍານຽງທີ່ຂ່ອນຂ້າງຄ້າຍຄືກັນ ຈຶ່ງເຮັດໃຫ້ຄົນສ່ວນຫຼາຍມີຄວາມສັບສົນໃນການເວົ້າ ແລະ ຟັງ ສອງຄໍາສັບນີ້. 
DooDiDo
ເຮົາສາມາດອະທິບາຍຄວາມໝາຍຄໍາສັບດັ່ງກ່າວໄດ້ດັ່ງນີ້:
ຄຳວ່າ ກອຍ.
ເປັນໄດ້ທັງຄໍາກໍາມະ ແລະ ຄໍານາມ ຊຶ່ງມີຄວາມໝາຍແຕກຕ່າງກັນຄື:
ກອຍ (ຄໍາກໍາມະ) ໝາຍເຖິງ ຜະສົມ ຫຼື ປະສົມ ເຂົ້າກັນ; ໂຮມເຂົ້າກັນ (ກອຍແຮງ).

ຕົວຢ່າງ:
ເອົາຂີ້ຊີມາປົ່ນລະອຽດ ແລ້ວປະສົມນໍ້າມັນຍາງເພື່ອທາໃສ່ຄຸ (ເອີ້ນວ່າ ກອຍຂີ້ຊີ).
ໃນການອອກຮົບເສິກເຮົາຕ້ອງໂຮມກໍາລັງໃຫ້ພ້ອມນອກຈາກກຳລັງພົນແລ້ວຈະມີກຳລັງຊັບ ແລະ ກຳລັງປັນຍາ (ເອີ້ນວ່າກອຍແຮງ).
ຄຳວ່າ ໄກວ.
ເປັນຄໍາກໍມະ ໝາຍເຖິງ ແກ່ວງ, ແກ່ວງໄກວ, ແກ່ວງໄປມາ.

ຕົວຢ່າງ:
ແມ່ເຖົ້າຂອງຂ້ອຍໄກວອູ່ໄປມາເພື່ອກ່ອມໃຫ້ຫຼານນ້ອຍນອນຫຼັບ.
ຄວາມໝາຍຂອງຄໍາວ່າ ກອຍ ກັບ ໄກວ ໃນພາສາລາວ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido



ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING