01 Aug
01Aug

ຄໍາວ່າ ຂວັນ ແລະ ຂວານ ຄວາມໝາຍແຕກຕ່າງກັນຄືແນວໃດ?

ຄວາມຫຼາກຫຼາຍຂອງພາສາລາວມີຫລາຍໆຄຳທີ່ອອກສຽງຄ້າຍຄືກັນ ລວມທັງຄວາມໝາຍກໍໃກ້ຄຽງກັນ ແລະ ເວລານຳໄປໃຊ້ ສໍານຽງສຽງເວົ້າກໍ່ແຕກຕ່າງກັນໄປ ຂື້ນກັບຄົນຢູ່ແຕ່ລະເຂດ, ແຂວງ ແລະ ແຕ່ລະພາກຂອງປະເທດລາວ ໂດຍສະເພາະຄົນຊົນເຜົ່າ ເວລາເວົ້າອອກສຽງຜິດພາດໄປເລັກນ້ອຍກໍຈະກາຍເປັນຄວາມໝາຍອື່ນ.

DooDiDo

ເຖິງຢ່າງໃດກໍ່ດີ, ເຮົາມາຮຽນຮູ້ຄວາມໝາຍຂອງຄໍາສັບໃນພາສາລາວໄປນໍາກັນ, ເຊິ່ງໃນບົດຄວາມຕອນນີ້ ເຮົາຈະເວົ້າເຖິງຄວາມໝາຍຂອງຄໍາວ່າ ຂວັນ ແລະ ຂວານ ສອງຄໍານີ້ຖ້າເບິ່ງຈາກການຂຽນແມ່ນສາມາດຈໍາແນກໄດ້ຢ່າງຈະແຈ້ງວ່າຄໍາໃດເປັນຄໍາໃດເພາະວ່າສະກົດຕ່າງກັນຢູ່ ແຕ່ຖ້າເປັນການເວົ້າແມ່ນມີຄວາມຜິດພາດທາງດ້ານການອອກສຽງເປັນສ່ວນຫຼາຍ ແລະ ຄວາມໝາຍມັນກໍ່ຈະປ່ຽນຖ້າຫາກອອກສຽງບໍ່ຖືກຕ້ອງ. ສະນັ້ນ, ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍອ້າງອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບທີ່ ຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຊິ່ງເພິ່ນໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ໄວ້ດັ່ງນີ້:

ຄຳວ່າ ຂວັນ.
ເປັນຄໍານາມ ໝາຍເຖິງ ສິ່ງທີ່ໜ້າຮັກ, ທະນຸຖະໜອມ, ຈິດໃຈ ຫຼື ກຳລັງໃຈ

ຕົວຢ່າງ:
ລູກຮັກ ເອີ້ນວ່າ ລູກຂວັນ; ເມຍຮັກ ເອີ້ນວ່າ: ເມຍຂວັນ; ຜົວຮັກ ເອີ້ນວ່າ: ຜົວຂວັນ;
ເສົາທີ່ຍົກຂຶ້ນກ່ອນເອີ້ນ: ເສົາຂວັນ…


ຄຳວ່າ ຂວານ.
ເປັນຄໍານາມ ໝາຍເຖິງ ຊື່ເຄື່ອງມືແນວໜຶ່ງທີ່ໃຊ້ຟັນໄມ້, ປ້ຳຕົ້ນໄມ້ ຫຼື ຖາກໄມ້ ເຊິ່ງມັນເຮັດດ້ວຍເຫຼັກ.

ຕົວຢ່າງ:
ຕົ້ນໄມ້ນີ້ໃຫຍ່ຫຼາຍ ເກີນກວ່າຈະໃຊ້ພ້າຟັນໃຫ້ຂາດໄດ້ ໃຫ້ເອົາຂວານມາຟັນຈະດີກວ່າ.
ລູກເອີ້ຍ, ເອົາຂວັນຜ່າຟືນໃຫ້ມັນນ້ອຍລົງແລ້ວຈຶ່ງເອົາໄປດັງໄຟເດີ້!

ພາສາລາວຄວາມໝາຍຂອງຄໍາວ່າ ຂວັນ ແລະ ຂວານ.


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING