ອີກຢ່າງມີຄວາມໝາຍວ່າ: ໃສ່ໂສ້ ຫຼື ຄາໄວ້,ໃສ່ໄວ້ໃນຂຸມຂັງ, ຈອງຫອງໝາຍເຖິງ: ຄົນຂີ້ດື້, ອົ້ວອວດ, ຫົວແຂງບໍ່ຍອມໃຜ ບໍ່ຢ້ານໃຜ.
ຈ່ອງ: ແຂວນ, ເກາະ, ດຶງ, ທ່ວງດຶງ ມີສອງສົ້ນດຶງກັນໄວ້ດ້ວຍເສັ້ນເຊືອກ, ໜ່ຽວດຶງ, ກີດກັ້ນເຮັດໃຫ້ມີຄວາມເຄັ່ງຕຶງ… ຕົວຢ່າງ: ຈ່ອງອະນາຄົດ ໝາຍເຖິງເຮັດໃຫ້ອະນາຄົດຕົກຕໍ່າລົງກວ່າທີ່ຈະພັດທະນາໄປໄກກວ່ານີ້, ເມື່ຶອມັດເຊືອກຜູກໄວ້ສອງສົ້ນໃຫ້ເຄັ່ງແລ້ວດຶງເຄິ່ງກາງໃຫ້ກ່ອງລົງເອີ້ນວ່າການຈ່ອງ…
ຈ້ອງ: ສາມາດແປໄດ້ຫຼາຍຄວາມໝາຍຄື
ເປັນຊື່ຂອງອຸປະກອນໃນການເດີນອາກາດເພື່ອປ້ອງກັນອຸປະຕິເຫດທາງເຮືອບິນ ເຊິ່ງເປັນຮົ່ມຜ້າຕ້ານລົມໃນເວລາໂດດລົງມາຈາກເຮືອບິນເພື່ອບໍ່ໃຫ້ນໍ້າໜັກລົງແຮງ ຫຼື ເສຍຊີວິດໄດ້ ເອີ້ນວ່າ: ຈ້ອງ
ການຈຶ້ງຕາເບິ່ງສິ່ງໃດສິ່ງໜຶ່ງດົນໆ ເຄັ່ງຕາໃສ່ ຈ້ອງໜ້າ ຄອຍເບິ່ງ..ໝາຍເຖິງການໃຊ້ສາຍຕາມຸ່ງໃສ່ສິ່ງໃດໜຶ່ງ, ນອກຈາກນີ້ຍັງສາມາດຈ້ອງດ້ວຍຈິດໃຈແນວຄວາມຄິດເຊັ່ນວ່າ:ຈ້ອງຈັບຜິດ,ຈ້ອງທຳຮ້າຍ,ຈ້ອງຈະແທງ,ຈ້ອງເລັງສູນປືນຍິງທີ່ເປົ້າໝາຍ…
ອະທິບາຍພາສາລາວຄວາມໝາຍຂອງຄໍາວ່າ: ຈອງ, ຈ່ອງ ແລະ ຈ້ອງ.ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido