08 Aug
08Aug

ຄໍາວ່າ ດິບ ແລະ ດີບ ແທ້ຈິງແລ້ວມີຄວາມໝາຍຕ່າງກັນ ຫຼື ຄືກັນ?

    ໃນພາສາລາວຍ້ອນຄວາມຫຼາກຫຼາຍຂອງພາສາລາວ ມີຫລາຍໆຄຳທີ່ອອກສຽງຄ້າຍຄືກັນ ລວມທັງຄວາມໝາຍກໍໃກ້ຄຽງກັນ ແລະ ເວລານຳໄປໃຊ້ຕົວຈິງ ສໍານຽງສຽງເວົ້າກໍ່ແຕກຕ່າງກັນໄປ ຂື້ນກັບຄົນຢູ່ແຕ່ລະຂົງເຂດ, ແຕ່ລະແຂວງ ແລະ ແຕ່ລະພາກ ເໜືອ ກາງ ໃຕ້ ຂອງປະເທດລາວ.  ໃນບົດນີ້ ເຮົາຈະເວົ້າເຖິງຄວາມໝາຍ ແລະ ວິທີການນໍາໃຊ້ ຄໍາວ່າ ດິບ ແລະ ດີບ ສອງຄໍານີ້ຂຽນຄ້າຍຄືກັນ ຈໍາແນກໄດ້ຍາກ ທັງການອອກສຽງກໍ່ຄ້າຍກັນ ແລະ ຫຼາຍຄົນບໍ່ຄ່ອຍໃຫ້ຄວາມສໍາຄັນ ຄິດວ່າຂຽນແນວໃດກໍ່ຖືກຕ້ອງ ແຕ່ໃນຄວາມເປັນຈິງແລ້ວມັນມີຄວາມໝາຍຕ່າງກັນໂດຍສິ້ນເຊີງ, ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍນໍາເອົາຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ມາປະກອບໃສ່ໃນການອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ດັ່ງນີ້:
DooDiDo
ຄຳວ່າ ດິບ:ດິບ ເປັນຄໍາຄຸນນາມ ມີຄວາມວ່າ ບໍ່ສຸກ.
ຕົວຢ່າງ:
ຝ້າຍ ແລະ ໄໝ ທີ່ຍັງບໍ່ໄດ້ຂ້າ ເອີ້ນວ່າ ຝ້າຍດິບ, ໄໝດິບ; ຜູ້ຊາຍທີ່ຍັງບໍ່ທັນໄດ້ບວດ ເອີ້ນວ່າຄົນດິບ; ອາຫານທີ່ບໍ່ສຸກ ເອີ້ນວ່າຂອງກິນດິບ; ໝາກໄມ້ທີ່ຍັງບໍ່ທັນສຸກ ເອີ້ນວ່າ ໝາກໄມ້ດິບ.
ນອກຈາກນັ້ນ, ຄໍາວ່າ ດິບ ຍັງມີຄວາມໝາຍວ່າ ດີ ໃນຄໍາວ່າ: ໄດ້ດິບ ໄດ້ດີ. ຄໍາວ່າ ດິບດີ ໃຊ້ເປັນຄໍາຄຸນນາມມີຄວາມ ໝາຍວ່າ ຈົບ, ສຸພາບ, ຮຽບຮ້ອຍ ຄົນມີຄວາມປະພຶດຮຽບຮ້ອຍ ເອີ້ນວ່າ ຄົນດິບດີ.
ຄໍາວ່າ ດີບ.
ໝາຍເຖິງ ອາການຄືບ, ໄຕ່ ຄື ແມງບົ້ງ ຫຼືປີງ, ເຊິ່ງຄໍາວ່າດີບມີຄວາມໝາຍຄ້າຍຄືກັບຄໍາວ່າດືບ ທີມີຄວາມ ໝາຍວ່າເປັນອາການຂອງຄົນ ຫຼືສັດຕົວໃຫຍ່, ອາການຂອງເດັນນ້ອຍໃກ້ຈະຄານ ເອີ້ນວ່າດືບໄປ.
ຕົວຢ່າງ:
ແມງບົ້ງກິນໃບໄມ້ຢູ່ງ່ານີ້ໝົດແລ້ວກໍດີບໄປກິນຢູ່ງ່າໃໝ່.
ຫຼານຊາຍຂອງຂ້ອຍໄດ້ອາຍຸ 8 ເດືອນ ຍັງຄານບໍ່ທັນໄດ້ ເວລາລາວຢາກກໍ່ມີແຕ່ດືບໄປ.
ຄວາມໝາຍຂອງຄຳວ່າ ດິບ ແລະ ດີບ ໃນພາສາລາວ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido



ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING