19 Jun
19Jun

ຄໍາວ່າ: ພອນສະຫວັນ ແລະ ພອນສະແຫວງ ມີຄວາມໝາຍວ່າແນວໃດ?

มารู้จักกับคำว่า พรสวรรค์ และ พรแสวง ว่ามีความหมายอย่างไร?

ສອງຄໍານີ້ແມ່ນຄໍາຄູ່ກັນເປັນຄໍາອຸດທະຫອນສອນໃຈ ໃນການທໍາມາຫາກິນຂອງຄົນ ຖ້າເຮົາມີພອນສະຫວັນໃນດ້ານໃດດ້ານໜຶ່ງແລ້ວ ເຮົາຕ້ອງອາໄສພອນສະຫວັນໃນການທໍາມາຫາກິນ ນັ້ນກໍ່ຄືການຊອກຫາວຽກງານທີ່ເໝາະສົມກັບພອນສະຫວັນຂອງເຮົາ ເຊິ່ງເອີ້ນວ່າການສະແຫວງຫານັ້ນເອງ. ຄວາມໝາຍຂອງຄໍາວ່າ ພອນສະຫວັນ ແລະ ພອນສະແຫວງ ມີຄວາມໝາຍດັ່ງນີ້.
ພອນສະຫວັນ:
ໝາຍເຖິງຄົນທີ່ມີຄວາມສາມາດດ້ານໃດດ້ານໜຶ່ງເປັນພິເສດ ເຊິ່ງມີຄວາມສາມາດໂດດເດັ່ນກວ່າບຸກຄົນອື່ນ, ຄົນທີ່ເຮັດໃນສິ່ງໃດສິ່ງໜຶ່ງໄດ້ໄວ ແລະ ງາຍ ພ້ອມທັງເຮັດໄດ້ດີໃນສິ່ງນັ້ນໆ ເຊັ່ນວ່າ: ພອນສະຫວັນໃນການຫຼິ້ນເຄື່ອງດົນຕຣີ ການຮ້ອງລຳທຳເພງ, ພອນສະຫວັນໃນດ້ານເປັນພິທີກອນ ການເວົ້າຈາພາມ່ວນ, ພອນສະຫວັນທາງດ້ານກິລາຕ່າງໆ, ພອນສະຫວັນໃນດ້ານການຂີດຂຽນ…
ເວົ້າລາວກັນ
ເຊິ່ງບຸກຄົນເຫຼົ່ານີ້ອາດຈະເປັນຄົນທີ່ມີເຕັກນິກເຮັດໃຫ້ຜູ້ອື່ນຕ້ອງຕາຕ້ອງໃຈ ເວລາໄດ້ເບິ່ງ,ໄດ້ຊົມ,ໄດ້ເຫັນເຂົາເຈົ້້າສະແດງຄວາມສາມາດອອກມາໂຊວ໌ ເຮັດໃຫ້ຄົນຊື່ນຊອບໃນດ້ານສິນລະປະທີ່ມີມາກັບຕົວຂອງເຂົາເຈົ້າ, ເມື່ອມີພອນສະຫວັນຢ່າງດຽວກໍ່ອາດຈະບໍ່ພຽງພໍທີ່ຈະມາປະກອບການກັບງານອາຊີບທີ່ຈະເຮັດໃຫ້ສ້າງລາຍຮັບ ແລະ ຊື່ສຽງໃນສັງຄົມໄດ້ ສະນັ້ນ, ມີພອນສະຫວັນແລ້ວຕ້ອງຄວບຄູ່ກັບພອນສະແຫວງນໍາ.
ພອນສະແຫວງ: ໝາຍເຖິງຄວາມຂະຫຍັນໃນການຊອກຫາຮຽນຮູ້ ຄົນຫາໃນສິ່ງທີ່ຕົວເອງມີພອນສະຫວັນ ຖ້າໄດ້ມີການສຶກສາເພີ່ມເຕີມອາດຈະເຮັດໃຫ້ມີຄວາມຄ່ອງແຄ້ວ ວ່ອງໄວ ແລະ ຊັດເຈນຂຶ້ນກວ່າເກົ່າ ແລະ ເຂົ້້າໃຈໄວກວ່າຜູ້ອື່ນເພາະຕົນເອງມີພອນສະຫວັນຢູ່ແລ້ວ ຂະຫຍັນໃນການຊອກຫາວຽກເຮັດງານທໍາ ທີ່ແທດເໝາະກັບຄວາມສາມາດ ແລະ ໃຈມັກຂອງເຮົາ ເພື່ອເຮົາຈະໄດ້ໂຊວ໌ຄວາມສາມາດອັນໂດດເດັ່ນຂອງເຮົາໃຫ້ຜູ້ອື່ນໄດ້ຮູ້ຈັກ ແລະ ນັ້ນຄືຈຸດຂາຍຂອງການສ້າງລາຍໄດ້ ແລະ ຊື່ສຽງຂອງເຮົາ.
ພອນສະຫວັນ ແລະ ພອນສະແຫວງ ມີຄວາມໝາຍວ່າແນວໃດ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING