ພະຍາຍາມ ພາສາໄທຂຽນວ່າ: พยายาม ມີຄວາມໝາຍອັນດຽວກັນ ທັງການຂຽນ ແລະ ການອອກສຽງ ການຂຽນອາດຈະມີຄວາມແຕກຕ່າງກັນໜ້ອຍໜຶ່ງແຕ່ກໍ່ພໍອ່ານອອກໄດ້ເພາະສອງພາສານີ້ມີເຄົ້າກໍາເນີດມາຈາກບ່ອນດຽວກັນຄືບາຣີ ແລະ ສັນສະກິດ.
ພະຍາຍາມ ມີຄວາມໝາຍວ່າ ມີຄວາມບາກບັ່ນມານະອົດທົນ ເຮັດບໍ່ຖອຍ ໃສ່ໃຈເຮັດຢ່າງຕໍ່ເນື່ອງ ສູ້ຊົນບຸກບືນກັບເປົ້າໝາຍທີ່ເຮົາຕັ້ງໄວ້ ຢ່າງຈິງຈັງເພື່ອໃຫ້ເກີດຜົນສໍາເລັດດັ່ງທີ່ເຮົາຄາດເອົາໄວ້ ຫຼື ແຜນການທີ່ໄດ້ສ້າງໄວ້ໃຫ້ປາກົດຜົນເປັນຈິ ງຫຼື ສຳເລັດລົງໄດ້ຕາມລະດັບຄາດໝາຍ ດັ່ງຄໍາສຸພາສິດທີ່ວ່າ: ຄວາມພະຍາຍາມຢູ່ບ່ອນໃດຄວາມສໍາເລັດຢູ່ບ່ອນນັ້ນ, ຄວາມພະຍາຍາມເປັນບ່ອນເກີດແຫ່ງຄວາມສໍາເລັດ ເຊິ່ງມີຄວາມໝາຍດຽວກັບຄໍາວ່າ: ອົດສົ້ມໄດ້ກິນຫວານອົດທົນທານວຽກງານຈຶ່ງແລ້ວ ຕົວຢ່າງປະໂຫຍກ: ເດັກພະຍາຍາມຮຽກຮ້ອງຄວາມເອົາໃຈໃຈໃສ່ ແລະ ຄວາມຮັກຈາກພໍ່ແມ່, ນັກຮຽນພະຍາມຍາມຄົ້ນຄວ້າຮໍ່າຮຽນເພື່ອໃຫ້ຜົນການສອບເສັງຈົບຊັ້ນໄດ້ຮັບຜົນໃນລະດັບດີ,ປີນີ້ຂ້ອຍຈະພະຍາຍາມປຸກສ້າງເຮືອນຫໍໃຫ້ສໍາເລັດ… ເຫຼົ່ານີ້ເປັນຕົ້ນ.
ພາສາລາວອະທິບາຍຄວາມໝາຍຂອງຄຳວ່າ ພະຍາຍາມ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido