ພາສາລາວເປັນພາສາທີ່ມີຄວາມອຸດົມສົມບູນ ແລະ ມີຄວາມຫຼາກຫຼາຍທັງການຂຽນ ແລະ ການເວົ້າ, ບາງຄໍາກໍ່ຂຽນຄືກັນ ຄວາມໝາຍຕ່າງກັນ, ບາງຄໍາກໍ່ຂຽນຕ່າງກັນ ຊໍ້າພັດຄວາມໝາຍຄືກັນ, ຈຶ່ງເຮັດໃຫ້ເກີດຄວາມສັບສົນໃນການຈໍາແນກຄໍາ. ນອກຈາກນັ້ນກໍ່ຍັງມີຄໍາສັບບາງຈໍາພວກທີ່ ຄົນລາວເອງກໍ່ຍັງບໍ່ຮູ້ຈັກຄວາມໝາຍຂອງມັນ ແລະ ມີຫຼາຍຄໍາສັບທີ່ເຮົາບໍ່ຄ່ອຍໄດ້ໃຊ້ຈົນຖືກລືມໄປໂດຍປະລິຍາຍ.
ບົດຄວາມນີ້ ເຮົາຈະຍົກເອົາຄໍາວ່າ ຢູ່ກໍາ ຫຼືວ່າ ກໍາເດືອນ ເພື່ອມາແລກປ່ຽນຄວາມຮູ້ນໍາກັນ. ສອງຄໍານີ້ມີຄວາມໝາຍດຽວກັນ, ສໍາລັບການເອີ້ນແມ່ນຂຶ້ນກັບບັນພະບູລຸດຂອງແຕ່ຊົນເຜົ່າໃນແຕ່ລະຂົງເຂດພາເອີ້ນພາເວົ້າ ເຊິ່ງສ່ວນຫຼາຍຄົນທາງພາກກາງຫາພາກໄຕ້ຈະຮູ້ຈັກແຕ່ຄໍາວ່າຢູ່ກໍາ ສ່ວນຄໍາວ່າ ກໍາເດືອນແມ່ນຄົນທາງພາກເໜືອເວົ້າ ແລະ ເຂົ້າໃຈກັນດີ.
ຈະຂໍອະທິບາຍຄວາມໝາຍ ແລະ ການໃຊ້ຄໍາສັບສອງຄໍານີ້ ໂດຍອີງຕາມຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງໂດຍ ດຣ.ທອງຄໍາ ອ່ອນມະນີສອນ.
ຄໍາວ່າ ຢູ່ກໍາ
ໃຊ້ເປັນຄໍາກໍາມະ ໝາຍເຖິງອາການທີ່ຜູ້ຍິງອອກລູກໃໝ່ ແລ້ວນອນພ່າງໄພ ກິນ ແລະ ອາບນໍ້າຮ້ອນ ເປັນຕົ້ນ ເພື່ອຮັກສາຕົນໂຕ.
ຄໍາວ່າ ກໍາເດືອນ
ບາງເທື່ອກໍ່ວ່າ ຄໍາເດືອນ ໃຊ້ເປັນຄໍານາມ ແມ່ນຜູ້ຍິງອອກລູກມົ້ມທ້ອງແລ້ວໃໝ່ໆຢູ່ກໍາຮັກສາປິ່ນປົວຕົນ ດ້ວຍການຂາງໄຟ ອາບນໍ້າຮ້ອນ ກິນຢາຕົ້ມຮຽກວ່າກໍາເດືອນ.
ເຊິ່ງການຢູ່ກໍາ ຫຼື ກໍາເດືອນນັ້ນ ກໍ່ແມ່ນເພື່ອຮັກສາສຸຂະພາບຂອງແມ່ໃຫ້ແຂງແຮງ ເພື່ອໃຫ້ມົດລູກເຂົ້າອູ່ ແລະ ການດື່ມນໍ້າຢາຕົ້ມນັ້ນ ກໍ່ເພື່ອເຮັດໃຫ້ມີນໍ້ານົມໃຫ້ນົມພຽງພໍ່ໃຫ້ລູກກິນ.
ຄໍາວ່າ ຢູ່ກໍາ ຫລື ກໍາເດືອນ ມີຄວາມໝາຍຄືກັນ ແລະ ຕ່າງກັນແນວໃດ?
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido