12 Aug
12Aug

ຄໍາວ່າ ລຶບ ແລະ ລົບ ແທ້ຈິງແລ້ວມີຄວາມໝາຍຄືກັນ ຫຼື ຕ່າງກັນ?

    ສອງຄຳນີ້ເຮົາເຄີຍເວົ້າມາແດ່ແລ້ວ, ແຕ່ເພື່ອຄວາມລະອຽດ ແລະ ເຂົ້າໃຈເພີ່ມຕື່ມໃຫ້ເຂົ້າໃຈງາຍກວ່າເກົ່າຈິງຂໍເອົາມາແຍກໃຫ້ເບິ່ງນຳກັນອີກ ເພາະບາງເທື່ອກໍ່ເຮັດໃຫ້ມີຄວາມສັບສົນທັງວິທີການຂຽນ, ການເວົ້າ ແລະ ການແປຄວາມໝາຍຂອງມັນ.  ຄວາມໝາຍຂອງຄໍາວ່າ ລຶບ ແລະ ລົບ ສອງຄໍານີ້ຖ້າເບິ່ງຈາກການຂຽນແມ່ນສາມາດຈໍາແນກໄດ້ຢ່າງຈະແຈ້ງວ່າຄໍາໃດເປັນຄໍາໃດເພາະວ່າມີຕົວສະກົດທີ່ຕ່າງກັນ ແຕ່ຖ້າສ່ວນຫຼາຍຄົນມັກຫຼົງກັນໃນການນໍາໃຊ້ ຫຼາຍຄົນຄິດວ່າທັງສອງຄໍານີ້ມີຄວາມໝາຍອັນດຽວກັນ ສາມາດໃຊ້ຕົວໃດກໍ່ໄດ້. ສະນັ້ນ, ເພື່ອທໍາຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສອງຄໍານີ້ ຂໍອ້າງອີງເອົາຂໍ້ມູນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ທອງຄຳ ອ່ອນມະນີສອນ, ເຊິ່ງເພິ່ນໄດ້ອະທິບາຍຄວາມໝາຍສອງຄໍາສັບດັ່ງກ່າວ ດັ່ງນີ້:
DooDiDo
ຄຳວ່າ ລຶບ.ລຶບ ເປັນຄໍາກໍາມະ ມີຄວາມໝາຍວ່າ ເຮັດໃຫ້ໝົດໄປ ດ້ວຍການເຊັດ ຫຼືຖູ, ຖ້ວມ, ຫັກອອກ ຊັກອອກ.
ຕົວຢ່າງ:
ຂ້ອຍຈະຕັ້ງໃຈເຮັດວຽກເພື່ອລຶບລ້າງຄວາມທຸກຍາກໃຫ້ຄອບຄົວ.
ລູກຊາຍເອົາບິກຂີດໃສ່ເສື້ອຂາວລາຍໝົດ ລຶບແນວໃດກໍ່ບໍ່ອອກ.
ລຶບ ອີກຄວາມໝາຍໜຶ່ງ ມີຄວາມໝາຍວ່າ ບັງ, ອັດ, ຕັນ ເຊັ່ນ: ບັງຕາເວັນ ເອີ້ນວ່າ ລຶບຕາເວັນ.
ຕົວຢ່າງ:
ຂີ້ເຝື້ອລຶບຕາເວັນຈົນຟ້າມືດຄຶ້ມ
ລາວນັ່ງລຶບຂ້ອຍເຮັດໃຫ້ຂ້ອຍເບິ່ງບໍ່ເຫັນຂໍ້ຄວາມເທິງກະດານທີ່ອາຈານຂຽນ.
ຄຳວ່າ ລົບ.
ລົບ ເປັນໄດ້ທັງຄໍາກໍາມະ, ຄໍາຄຸນນາມ ແລະ ຄໍາຄຸນນາມ, ເຊິ່ງການໃຊ້ໃນຮູບແບບຂອງຄໍາກໍາມະແມ່ນມີຄວາມໝາຍຄືກັບຄໍາວ່າ ລຶບ ເຊັ່ນວ່າ: ເຮັດໃຫ້ເສຍ ຫຼືຫາຍໄປດ້ວຍອາການເຊັດ ຫຼືຖູ, ຫັກອອກ, ຕັດອອກ.
ຕົວຢ່າງ:
ລາວເຮັດໃຫ້ຂ້ອຍເຈັບປວດໃຈຫຼາຍ, ຂ້ອຍຈະລົບລາວອອກຈາກຄວາມຊົງຈໍາໃຫ້ໄດ້.
ມື້ນີ້ຖືກຝຽນຂ້ອຍລົບກະດານ.
ລົບ (ຄໍາຄຸນນາມ): ໝາຍເຖິງ ສິ່ງທີ່ເປັນໄປໃນທາງຮ້າຍ, ທາງບໍ່ດີ ຫຼືທາງທໍາລາຍ ເຊັ່ນ: ເບິ່ງໃນທາງລົບ ຕີລາຄາໃນທາງລົບ.
ຄໍາວ່າ ລຶບ ແລະ ລົບ ມີຄວາມໝາຍຄືກັນ ແລະ ຕ່າງກັນແນວໃດ?


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido



ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING