13 Sep
13Sep

ຄໍາວ່າ ລໍ້າສະໄໝ ແລະ ທັນສະໄໝ ມີຄວາມໝາຍແນວໃດ?

ຈຸດພິເສດຂອງພາສາລາວສ່ວນຫຼາຍແມ່ນຈະມີຄໍາສັບທີ່ຄ້າຍຄືກັນຫຼາຍ ທັງການຂຽນ, ການອ່ານ ແລະ ຄວາມໝາຍກໍ່ໃກ້ຄຽງກັນ ຈຶ່ງມີບາງຄໍາສັບທີ່ເຮັດໃຫ້ສັບສົນໃນການນໍາໃຊ້ ເຊັ່ນຄໍາວ່າ: ລໍ້າສະໄໝ ແລະ ທັນສະໄໝ ສອງຄໍານີ້ຄົນສ່ວນຫຼາຍຄົງຄິດວ່າມັນມີຄວາມໝາຍຄືກັນ ແຕ່ແທ້ຈິງແລ້ວມັນໃຊ້ຕ່າງກັນ, ຊຶ່ງເຮົາສາມາດໄຈ້ແຍກ ແລະ ອະທິບາຍສອງຄໍາດັ່ງກ່າວຄື:
DooDiDo
ຄຳວ່າ ລໍ້າສະໄໝ.
ໝາຍເຖິງສິ່ງທີ່ມີຄວາມກ້າວໜ້າໄປໄວກວ່າຍຸກສະໄໝໃນປະຈຸບັນ.
ຕົວຢ່າງ:
ນັກວິທະຍາສາດໄດ້ຄົ້ນຄິດສິ່ງປະດິດສ້າງຮຸ່ນຍົນທີ່ລໍ້າສະໄໝ ເຊິ່ງຮຸ່ນຍົນນັ້ນສາມາດເຮັດວຽກຫຼາຍໆຢ່າງຄືກັັບຄົນໄດ້ ຊຶ່ງໃນອະນາຄົດອາດຈະໄດ້ນໍາໃຊ້ຮຸ່ນຍົນເຮັດວຽກແທນຄົນ.
ນອກຈາກນັ້ນ, ຄໍາວ່າ ລໍ້າ ເຮົາມັກໄດ້ຍິນເລື້ອຍໆ ໃນການແຂ່ງຂັນກິລາບານເຕະ ເຊັ່ນ: ບານລໍ້າໜ້າ ໝາຍເຖິງໝາກບານໄດ້ໄຫຼກາຍໄປກອງໜ້າໄປ ເອີ້ນວ່າບານລໍ້າໜ້າ.
ຄໍາວ່າ ທັນສະໄໝ.
ໝາຍເຖິງສິ່ງທີ່ຢູ່ໃນຍຸກໃນສະໄໝປະຈຸບັນ, ຫລື ໝາຍເຖິງທຸກສິ່ງທຸກຢ່າງໃນເວລາປະຈຸບັນ.
ຕົວຢ່າງ:
ການແຕ່ງຕົວໄວລຸ້ນດ່ຽວນີ້ແມ່ນມີຄວາມທັນຍຸກທັນສະໄໝ ບໍ່ເຊີຍຄືຜູ້ເຖົ້າສະໄໝກ່ອນ.
ໄວລຸ້ນສ່ວນຫຼາຍຕ້ອງການຢ່າງມີໂທລະສັບ i-phone ເພື່ອໃຫ້ທັນຍຸກທັນສະໄໝຄືໝູ່.

ຄໍາວ່າ ລໍ້າສະໄໝ ແລະ ທັນສະໄໝ ມີຄວາມໝາຍຄືກັນຕ່າງກັນແນວໃດ?


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING