ຄຳວ່າ ສັນຍາ.ຄໍາວ່າ ສັນຍາ ໃຊ້ເປັນຄໍານາມ ແລະ ຄໍາກໍາມະ ມີຄວາມໝາຍວ່າ ຄວາມເຂົ້າໃຈ, ຄວາມສັງເກດ, ຄວາມຈື່ຈໍາ, ເຄື່ອງໝາຍຂໍ້ຕົກລົງ ແລະ ໝາຍເຖິງ ທໍາຄວາມຕົກລົງລະຫວ່າງບຸກຄົນ ຕັ້ງແຕ່ສອງຄົນຂຶ້ນໄປ ຍິນຍອມພ້ອມໃຈກັນຈັດທໍາຂຶ້ນ ເຊັ່ນວ່າ: ສັນຍາເຊົ່າ, ສັນຍາຊື່ຂາຍ.(ສັນຍາ ມີ 2 ແບບຄື: ແບບມີລາຍລັກອັກສອນ ແລະ ແບບປາກເປົ່າ)
ຕົວຢ່າງ:ບໍລິສັດຮັບເໝົາກໍ່ສ້າງແຫ່ງໜຶ່ງໄດ້ເຮັດສັນຍາກັບລັດຖະບານໃນການສ້ອມແປງເສັ້ນທາງເລກທີ 13 ເໜືອ. (ສັນຍາແບບມີລາຍລັກອັກສອນ)
ລັດຖະບານລາວໄດ້ມີສັນຍາສົ່ງຜູ້ຮ້າຍຂ້າມແດນກັບບາງປະເທດ.(ສັນຍາແບບມີລາຍລັກອັກສອນ)
ລູກຂໍສັນຍາກັບແມ່ວ່າຕັ້ງໃຈສຶກສາຮໍ່າຮຽນ. (ສັນຍາແບບປາກເປົ່າ)
ຄໍາສັນຍາລະຫວ່າງຊູ້ສາວ ເຊັ່ນ: ອ້າຍສັນຍາວ່າຈະຮັກແຕ່ນ້ອງພຽງຄົນດຽວຕະຫຼອດໄປ.(ສັນຍາແບບປາກເປົ່າ)
ຄຳວ່າ ສາບານ.ສາບານ ໃຊ້ເປັນຄໍາກໍາມະ ໝາຍເຖິງ ກ່າວໃຫ້ຄໍາປະຕິຍານວ່າຈະບໍ່ທໍາລາຍສັດຈະວາຈາ ແລະ ບໍ່ໄດ້ກະທໍາຜິດ ຢ່າງເດັດຂາດ.
ຕົວຢ່າງ:ພວກຂ້າພະເຈົ້າຂໍສາບານວ່າຈະອຸທິດເຫື່ອແຮງຂອງຕົນເຂົ້າໃນໜ້າທີ່ວຽກງານ ແລະ ຈະຊື່ສັດຕໍ່ພັກຕໍ່ລັດ…(ຄໍາສາບານ ຫຼື ຄໍາປະຕິຍານຕົນຂອງພະນັກງານລັດເມື່ອຕອນເຂົ້າເຮັດວຽກໃໝ່)
ອ້າຍສາບານວ່າຈະຊື່ສັດຕໍ່ນ້ອງພຽງຜູ້ດຽວ, ຖ້າຫາກອ້າຍທໍາຜິດຂໍໃຫ້ມີອັນເປັນໄປ (ຄໍາສາບານຊາຍມີຕໍ່ຍິງຜູ້ເປັນທີ່ຮັກ)
ຂ້ອຍສາບານວ່າຂ້ອຍບໍ່ໄດ້ເປັນຄົນລັກເງິນຂອງລາວ. (ຄໍາສາບານເມື່ອຄົນຜູ້ໜຶ່ງຖືກກ່າວຫາວ່າກະທໍາຜິດໃນຂໍ້ຫາໃດໜຶ່ງ)
ມາຮູ້ຄວາມໝາຍລະອຽດກັບຄໍາວ່າ ສັນຍາ ແລະ ສາບານ