ຄໍາວ່າ: ອັດຕະວິໄສ ແລະ ພາວະວິໄສ ມີຄວາມໝາຍວ່າແນວໃດ?
คำว่า อัตวิสัย และ ภวะวิสัย มีความหมายอย่างไร ?
ໃນບົດນີ້ເຮົາຈະມາເວົ້າກ່ຽວກັບຄຳທີ່ວ່າ ອັດຕະວິໄສ ແລະ ພາວະວິໄສ ໃນພາສາລາວກໍ່ເຊັ່ນດຽວກັບພາສາໄທ ເຊິ່ງຫລາຍໆຄຳແມ່ນມີຄວາມຫມາຍ ແລະ ພາສາເວົ້າທີ່ຄ້າຍຄືກັນຢູ່ແລ້ວ ແລະ ສອງຄຳໃນທີ່ນີ້ ກໍ່ມີຄວາມໝາຍອັນດຽວກັນທັງພາສາລາວ ແລະ ພາສາໄທດັ່ງນີ້.
ອັດຕະວິໄສ (subjectivity ) ໝາຍ ເຖິງມູມມອງ ຫຼື ຄວາມຄິດເຫັນຂອງບຸກຄົນ ໂດຍສະເພາະແມ່ນສິ່ງທີ່ກ່ຽວຂ້ອງກັບຄວາມຮູ້ສຶກ, ຄວາມເຊື່ອ ຫລື ຄວາມຕ້ອງການ ມັນອາດໝາຍເຖິງແນວຄິດສ່ວນບຸກຄົນທີ່ບໍ່ສາມາດພິສູດໄດ້. ກົງກັນຂ້າມກັບຄວາມຮູ້ ແລະ ຄວາມເຊື່ອທີ່ອີງໃສ່ຂໍ້ເທັດຈິງທາງປັດຊະຍາ, ຄຳນີ້ມັກຈະມີຄວາມໝາຍກົງກັນຂ້າມກັບພາວະວິໄສ.
ເວົ້າລາວກັນອັດຕະວິໄສ ເປັນທັດສະນະທີ່ມີຄວາມເຊື່ອວ່າສິ່ງມີຢູ່ ຫຼື ຄວາມຈິງຂອງສິ່ງ ສິ່ງໜຶ່ງຢູ່ກັບຕົວເຮົາເອງເປັນຄົນຕັດສິນເຊັ່ນ:ເມື່ອເຮົາໄດ້ກິ່ນອາຫານທີ່ມີຄົນກໍາລັງຄົວກິນສາບມາແຕ່ໄກແຕ່ຕົວເຮົາເອງຮູ້ສຶກວ່າໄດ້ກິ່ນຫອມຈົນຮູ້ສຶກຫິວ ແຕ່ວ່າຄົນອື່ນພັດໄດ້ກິ່ນວ່າມັນເໝັນກໍ່ເປັນໄດ້, ກິ່ນນໍ້າຫອມທີ່ເຮົາໃຊ້ແມ່ນມີກິ່ນຫອມຖືກໃຈເຮົາ ແຕ່ກິ່ນອາດຈະບໍ່ຖືກໃຈບາງຄົນກໍ່ເປັນໄດ້.
ພາວະວິໄສ (objectivity) ແມ່ນສິ່ງທີ່ເປັນພື້ນຖານຢູ່ເໜືອຂໍ້ເທັດຈິງ ເງື່ອນໄຂທີ່ເປັນຄວາມຈິງ ໂດຍບໍ່ຂຶ້ນກັບຈິດໃຈ ນັ້ນແມ່ນຜົນຂອງການຕັດສິນໃຈໃດໆຈະບໍ່ຂື້ນກັບຄວາມຄິດເຫັນ ແລະ ຄວາມຮູ້ສຶກ. ຄວາມເປັນຈິງທີ່ເກີດຂຶ້ນຕາມຈຸດປະສົງຈະຖືກຄົ້ນພົບຫຼາຍກວ່າການສ້າງແບບປັດຊະຍາ. ສິ່ງທີ່ເປັນພາວະວິໄສຈະເປັນຈິງສະເໝີ ບໍ່ວ່າຈະຢູ່ໃສ ເວລາໃດ ຫຼື ຢູ່ກັບບຸກຄົນໃດ ມີຄວາມໝາຍກົງກັນຂ້າມກັບອັດຕະວິໄສ ຂໍ້ເທັດຈິງທີ່ເປັນອັດຕະວິໄສຈະເປັນພາວະວິໄສກໍ່ຕໍ່ເມື່ອສິ່ງນັ້ນເປັນຂໍ້ເທັດຈິງບົນເງື່ອນໄຂສະເພາະ ເຊັ່ນ: ໃນເວລາສະເພາະ, ໃນສະຖານທີ່ສະເພາະ ຫຼື ກັບບຸກຄົນ.
ອັດຕະວິໄສ ແລະ ພາວະວິໄສ ມີຄວາມໝາຍວ່າແນວໃດ?ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์