ຄໍາວ່າ ແບກ ແລະ ຫາບ ມີຄວາມໝາຍຄືກັນ ຫລື ຕ່າງກັນ?
ຄໍາວ່າ ແບກ ແລະ ຫາບ ສອງຄໍາສັບນີ້ອາດມີການໃຊ້ຫຼົງກັນ ຢູ່ໃນບາງທ້ອງຖິ່ນ ແລະ ບໍ່ຮູ້ຈັກຄວາມໝາຍຂອງມັນຢ່າງຖອງແທ້. ໂດຍອີງຕາມຂໍ້ມູນຂອງວັດຈະນະນຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງ ໂດຍ ດຣ. ທອງຄໍາ ອ່ອນມະນີ ເຮົາສາມາດອະທິບາຍຄວາມໝາຍ ແລະ ວິທີການນໍາໃຊ້ສອງຄໍາສັບດັ່ງກ່າວ ໄດ້ດັ່ງນີ້:
DooDiDoຄຳວ່າ ແບກ.
ແບກ ເປັນຄໍາກໍາມະ ມີຄວາມໝາຍວ່າ ເອົາຂອງໃສ່ບ່າແລ້ວພາມັນໄປຈາກຈຸດໜຶ່ງໄປຫາອີກຈຸດໜຶ່ງ; ນອກຈາກນັ້ນຍັງໃຊ້ກັບການຮັບຜິດຊອບພາລະທີ່ໜັກໜ່ວງໄວ້ຜູ້ດຽວ ເອີ້ນວ່າ ແບກພາລະ.
ຕົວຢ່າງ:
ກໍາມະກອນແບກປູນຈາກສາງໄປຫາສະໜາມກໍ່ສ້າງ.
ນ້ອງຊາຍຂອງຂ້ອຍໄປຮັບຈ້າງແບກເຂົ້າຢູ່ໂຮງສີ.
ພໍ່ກັບແມ່ຂອງລາວເສຍຊີວິດໝົດແລ້ວລາວຈຶ່ງໄດ້ແບກພາລະທັງໝົດ ເຊັ່ນ: ການລ້ຽງດູນ້ອງ 3 ຄົນ ແລະ ຫາເງິນໃຊ້ໜີ້ແທນພໍ່ແມ່.
ຄຳວ່າ ຫາບ.
ຫາບ ເປັນຄໍາກໍາມະ ມີຄວາມໝາຍວ່າ ເອົາຂອງຫ້ອຍປາຍໄມ້ຄານທັງສອງຂ້າງ ແລ້ວເອົາເຄິ່ງກາງຂອງໄມ້ຄານນັ້ນມາງອຍໃສ່ບ່າ ເອີ້ນວ່າ ຫາບ.
ຕົວຢ່າງ:
ຂ້ອຍລຸກໄປຫາບນໍ້າຢູ່ແມ່ນໍ້າໃຫຍ່ທາງຫົວໝູ່ບ້ານໃນທຸກໆເຊົ້າ ເພື່ອເອົາມານໍາໃຊ້ໃນຄົວເຮືອນ ເພາະວ່າຢູ່ຊົນນະບົດບໍ່ມີນໍ້າປະປາໃຊ້ແບບສະດວກສະບາຍຄືຢູ່ໃນເມືອງ.
ແມ່ປ້າອ່ອນສີ ລາວມັກຫາບຂອງກິນມາເລາະຂາຍຢູ່ໜ້າບ້ານເຮົາທຸກມື້.
ຄໍາວ່າ ແບກ ແລະ ຫາບ ມີຄວາມໝາຍຕ່າງກັນແນວໃດ?ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์