ງານແຫ່ຮູບປັ້ນພະເຈົ້າໄຊເຊດຖາທິຣາດ.
ຫລັງຈາກໂຄງການກໍ່ສ້າງອານຸສາວະລີ ພະເຈົ້າໄຊຍະເຊດຖາທິຣາດ ມະຫາຣາດ ຊົງປະທັບຊ້າງ ປະທານພອນ ສຳເລັດ, ເພື່ອດຳເນີນການສະເຫຼີມສະຫຼອງຮູບປັ້ນ ໃນລະຫວ່າງ ວັນທີ 21-25 ກໍລະກົດ ແລະ ຈະໄດ້ນໍາສົ່ງໄປປະດິດສະຖານໄວ້ທີ່ອະນຸສາວະລີ ພະເຈົ້າໄຊເຊດຖາທິຣາດ ບ້ານ ຫາດຊາຍຂາວ ເມືອງໄຊເຊດຖາ ແຂວງອັດຕະປື.
ຕາມສຳນັກຂ່າວສານປະເທດລາວ ລາຍງານວ່າ ໃນວັນທີ 21 ກໍລະກົດ 2020, ທີ່ນະຄອນຫຼວງວຽງຈັນ ມີຂະບວນຄູບາ, ອາຈານ ແລະ ພະສົງ ລວມທັງອະດີດປະທານປະເທດ ທ່ານ ຈູມມາລີ ໄຊຍະສອນ ແລະ ມວນຊົນນັບຮ້ອຍຄົນ ໄດ້ຮ່ວມຂະບວນແຫ່ຮູບປັ້ນພະເຈົ້າໄຊເຊດຖາທິຣາດມະຫາຣາດ, ຊ້າງ ແລະ ພະພຸດທະຮູບຈໍານວນໜຶ່ງ ໄປຍັງຫໍທຳມະສະພາ ວັດພະທາດຫຼວງເໜືອ ເມືອງໄຊເຊດຖາ ນະຄອນຫລວງວຽງຈັນ.
ພາບ: laopost.comຕະຫຼອດ 5 ວັນດັ່ງກ່າວ, ຈະມີງານບຸນສະເຫຼີມສະຫຼອງຮູບປັ້ນພະເຈົ້າ ໄຊເຊດຖາທິຣາດ ມະຫາຣາດ ພ້ອມທັງຮັບຟັງສູດປະຣິຕະມຸງຄຸນ, ຟັງທຳມະເທດສະໜາປາຣະມີ 30 ທັດ ເສີມບຸນປາຣະມີ ຈາກພະສົງ 39 ອົງ, ໄຫວ້ພະສູດມົນ ຈະເລີນສະມາທິພາວະນາ ຟັງທຳມະເທດສະໜາ. ສ່ວນໃນຕອນເຊົ້າວັນທີ 26 ກໍລະກົດ ຈະມີພິທີຕັກບາດຖວາຍທານ ແດ່ພະສົງ 39 ອົງ.
ຈາກນັ້ນ, ຈະມີພິທີຂະບວນ ເຄື່ອນຮູບຫລໍ່ພະເຈົ້າໄຊເຊດຖາທິຣາດ ມະຫາຣາດ ອອກຈາກນະຄອນຫຼວງວຽງຈັນ ໂດຍຜ່ານ ແຂວງຕ່າງໆເປັນຕົ້ນ ແຂວງບໍລິຄຳໄຊ ໃນວັນທີ 27, ແຂວງຄຳມ່ວນ ໃນວັນທີ 28, ແຂວງສະຫວັນນະເຂດ ໃນວັນທີ 29, ແຂວງຈຳປາສັກ ໃນວັນທີ 30 ກໍລະກົດ 2020.
ກຽມສົ່ງພະເຈົ້າໄຊເຊດຖາທິຣາດໄປອັດຕະປື ງານແຫ່ຍິງໃຫຍ່
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์