25 Jul
25Jul

ຈະພັດທະນາຖ້ຳຜາກ້າໃຫ້ເປັນແຫຼ່ງທ່ອງທ່ຽວອີກແຫ່ງໜຶ່ງ.

ເມືອງແມດແຂວງວຽງຈັນເວົ້າໄດ້ວ່າເປັນພື້ນທີ່ທີ່ມີທີວທັດທຳມະຊາດພູຜາສວຍງາມຫຼາຍ ປະຈຸບັນທີ່ຍັງບໍ່ມີຫຍັງ ແຖວນັ້ນຍັງງາມປານພາບວາດ ໃນສາຍຕາຂອງຜູ້ພົບເຫັນ ສະນັ້ນ ເພື່ອໝູນໃຊ້ທ່າແຮງທີ່ມີໃຫ້ເກີດປະໂຫຍດແກ່ການທ່ອງທ່ຽວກໍ່ຄືສ້າງລາຍຮັບສູ່ແຂວງວຽງຈັນ ແລະປະຊາຊົນທ້ອງຖິ່ນ ໄວໆນີ້ຈະໄດ້ພັດທະນາຖ້ຳຜາກ້າເປັນແຫລ່ງທ່ອງທ່ຽວ.
ໃນວັນທີ 16 ກໍລະກົດ 2020ນີ້ ທີ່ຫ້ອງປະຊຸມເມືອງແມດ, ໄດ້ຈັດກອງປະຊຸມປຶກສາຫາລື ວາງແຜນລົງເກັບກຳຂໍ້ມູນສືກສາຄວາມເປັນໄປໄດ້ເບື້ອງຕົ້ນກ່ຽວກັບການກຳນົດເຂດ, ເນື້ອທີ່ແຫລ່ງທ່ອງທ່ຽວທຳມະຊາດຖ້ຳຜາກ້າ,ຖ້ຳຫີນ ແລະ ຖ້ຳລືສີ ບ້ານນ້ຳເຟືອງ ເມືອງແມດແຂວງວຽງຈັນ ຂອງບໍລິສັດ ວຽງໄຊ ດວງປັນຍາ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໂດຍການ ເປັນປະທານຂອງທ່ານ ຄຳປ່ຽນ ແສງສະຫວັດ ເລຂາພັກເມືອງ,ເຈົ້າເມືອງໆແມດ.
ພາບ: laoedaily.com.laກອງປະຊຸມໄດ້ຄົ້ນຄວ້າ ປຶກສາຫາລື ສ້າງຄວາມເປັນເອກະພາບ ກ່ຽວກັບເຈດຈຳນົງກໍຄືບັນດາກິດຈະກຳຕ່າງໆທີ່ທາງບໍລິສັດນຳສະເໜີ, ບັນຫາຜົນກະທົບທາງດ້ານສິ່ງແວດລ້ອມ, ຂອບເຂດແດນລະຫວ່າງເມືອງ, ເຂດສຳປະທານ ,ເຂດບໍລິການ ແລະ ດ້ານອື່ນໆໃຫ້ລະອຽດ.ເພື່ອສືບຕໍ່ລົງສຳຫລວດສະຖານທີ່ຕົວຈິງ ເກັບກຳຂໍ້ມູນຢ່າງລະອຽດ ແລະ ສືບຕໍ່ນຳສະເໜີຂໍອານຸມັດການລົງທືນໃຫ້ຖືກຕ້ອງຕາມລະບຽບກົດໝາຍ.
ຖ້ຳຜາກ້າຈະກາຍເປັນແຫຼ່ງທ່ອງທ່ຽວທີ່ສວຍງາມອີກແຫ່ງໜຶ່ງ


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido



ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING