19 Sep
19Sep

ຈະສ້າງເມືອງໄຊທານີເປັນເມືອງທ່ອງທ່ຽວກະສິກຳສະອາດອຸດສາຫະກຳທັນສະໄໝ.

    ເມືອເວົ້າເຖິງ ເມືອງໄຊທາ­ນີ ນະ­ຄອນ­ຫຼວງວຽງຈັນ ເປັນເມືອງໜຶ່ງທີ່ມີຄວາມອຸ­ດົມ­ສົມ­ບູນໄປດ້ວຍຊັບ­ພະ­ຍາ­ກອນທຳມະຊາດນາໆຊະ­ນິດ ມີສາຍນ້ຳງື່ມໄຫຼຜ່ານ ຍາວ 52,6 ກິ­ໂລ­ແມັດ ເຊິ່ງເປັນແມ່­ນ້ຳສາຍຫຼັກທີ່ມີຄວາມສຳ­ຄັນຕໍ່ການດຳ­ລົງຊີ­ວິດ ເປັນແຫຼ່ງທຳມາຫາກິນ ການຄົມ­ມະ­ນາ­ຄົມຂົນ­ສົ່ງໂດຍ­ສານ ການ­ທ່ອງ­ທ່ຽວ ເປັນແຫຼ່ງສະ­ໜອງນ້ຳຕົ້ນ­ຕໍໃຫ້ແກ່ການຜະ­ລິດກະ­ສິ­ກຳ.  ດັ່ງທີ່ໄດ້ເຫັນກັນຢູ່ແລ້ວແຖວເມືອງໄຊທານີຖືວ່າເປັນເມືອງໜືງທີ່ອຸດົມສົມບູນໄປດ້ວຍກະສິກຳ ແລະ ອຸດສາຫະກຳຢ່າງຫລວງຫລາຍ, ສະນັ້ນ ອົງ­ການປົກ­ຄອງເມືອງໄຊທາ­ນີ ຈຶ່ງໄດ້ຖືເອົາການພັດ­ທະ­ນາບ້ານ ວັດ­ທະ­ນະ­ທຳຕິດພັນກັບການ­ທ່ອງ­ທ່ຽວ ແລະ ມີແຜນສ້າງເມືອງທ່ອງທ່ຽວກະ­ສິ­ກຳສະ­ອາດ ອຸດ­ສາ­ຫະ­ກຳທັນສະ­ໄໝ ເປັນມິດກັບສິ່ງ­ແວ­ດລ້ອມ ແນ­ໃສ່ສ້າງທ່າ­ແຮງດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວເມືອງໄຊທາ­ນີ ນັບມື້ນັບຫຼາຍຂຶ້ນ.
ພາບ: www.news.cn
    ທ່ານ ຄຳປະ­ດິດ ເຂັມມາ­ນິດ ເຈົ້າ­ເມືອງໄຊທາ­ນີ ໃຫ້ຮູ້ວ່າ:    ໃນໄລ­ຍະ 5 ປີ­ຜ່ານ­ມາ ອົງ­ການປົກ­ຄອງເມືອງໄຊທາ­ນີ ກໍຄື ຫ້ອງ­ການຖະ­ແຫຼງຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງທ່ຽວເມືອງໄຊທາ­ນີ ໄດ້ຊຸກ­ຍູ້ສ້າງຄອບ­ຄົວວັດ­ທະ­ນະ­ທຳໄດ້ 104 ບ້ານ ທຽບ­ໃສ່ແຜນ­ການ 5 ປີ ປະ­ຕິ­ບັດໄດ້ 100% ມອບໃບ­ຢັ້ງ­ຢືນຄອບ­ຄົວວັດ­ທະ­ນະ­ທຳ 32.540 ຄອບ­ຄົວ ທຽບ­ໃສ່ປີ 2014 ເພີ່ມຂຶ້ນ 78% ປະ­ກາດເປັນບ້ານວັດ­ທະ­ນະ­ທຳໄດ້ 92 ບ້ານ ທຽບ­ໃສ່ປີ 2014 ເພີ່ມຂຶ້ນ 88% ທຽບ­ໃສ່ແຜນ 5 ປີ ປະ­ຕິ­ບັດໄດ້ 115%.  ພ້ອມນັ້ນ ໄດ້ພັດ­ທະ­ນາການ­ທ່ອງ­ທ່ຽວຕາມສາຍນ້ຳງື່ມ ໂດຍມີການສຳຫຼວດນັບແຕ່ບ້ານນາກຸງລົງຮອດປ່າສະ­ຫງວນເວີນແທ່ນ 17 ຄັ້ງ ໄດ້ຈັດຂະບວນຄາລະວານທ່ອງທ່ຽວທຳມະຊາດພູ­ເຂົາຄວາຍ ຕາດຊອຍວອຍ 3 ຄັ້ງ ມີຄົນເຂົ້າຮ່ວມ 600 ກວ່າຄົນ ໄດ້ຄຸ້ມຄອງໂຮງ­ແຮມ ເຮືອນພັກ ຣີສອດ ຮ້ານອາ­ຫານ ຮ້ານບັນເທິງ ໃຫ້ເຄື່ອນໄຫວຖືກ­ຕ້ອງຕາມລະ­ບຽບກົດ­ໝາຍ.
ແນະ­ນຳໃຫ້ມີການປັບ­ປຸງໃຫ້ເຂົ້າສູ່ມາດ­ຕະ­ຖານ ເນັ້ນຄວາມສະ­ອາດ ປອດໄພຂອງຜູ້ມາໃຊ້ບໍ­ລິ­ການ ສະ­ແດງອອກ 5 ປີ­ຜ່ານ­ມາ ມີນັກທ່ອງທ່ຽວມາທ່ຽວຊົມເມືອງໄຊທາ­ນີ 507.500 ຄົນ ພ້ອມນັ້ນ ໄດ້ເຮັດບົດບັນ­ທຶກ ສຶກສາອົບ­ຮົມຫົວ­ໜ່ວຍທຸ­ລະກິດ 295 ສະ­ບັບ ອອກແຈ້ງການປິດຮ້ານກິນດື່ມທີ່ເຄື່ອນໄຫວບໍ່ຖືກ­ຕ້ອງ 55 ຫົວ­ໜ່ວຍ ຮ້ານບໍລິການ­ບັນ­ເທິງກາງ­ແຈ້ງໃກ້ເຂດມະ­ຫາ­ວິ­ທະ­ຍາ­ໄລແຫ່ງຊາດ 16 ຮ້ານ ສັ່ງປິດການບໍລິການ­ບັນ­ເທິງ ພາຍໃນຮ້ານ 11 ຮ້ານ ສັ່ງປິດການດຳ­ເນີນທຸ­ລະກິດຮ້ານອາ­ຫານ ແລະ ຮ້ານກິນດື່ມ 21 ຮ້ານ.
ເມືອງໄຊທານີຈະສ້າງເປັນເມືອງທ່ອງທ່ຽວກະສິກຳອຸດສາຫະກຳທັນສະໄໝ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING