12 Sep
12Sep

ຈີນຊ່ວຍເຫລືອລ້າກວ່າ 87 ລ້ານຢວນເພື່ອສ້າງເມືອງອັດສະລິຍະຢູ່ລາວ.

    ຈາກການທີ່ ສປປ ລາວ ໄດ້ເປີດນຳໃຊ້ລະບົບ 5G ໃນທ້າຍເດືອນສິງຫາຜ່ານມາ, ກາຍເປັນການອຳນວຍຄວາມສະດວກເພີ່ມຂື້ນຕື່ມໃນການພັດທະນາເຕັກໂນໂລຊີເຄືອຂ່າຍອິນເຕີເນັດ ປະກອບສ່ວນເຂົ້າໃນແຜນພັດທະນາເມືອງຕົວແບບ ກໍຄືເມືອງອັດສະລິຍະ (Smart City) ຂອງລັດຖະບານໃຫ້ສຳເລັດຕາມເປົ້າໝາຍ.  ຕາມການລາຍງານຂອງສຳນັກຂ່າວສານປະເທດລາວ(ຂປລ) ໃຫ້ຮູ້ວ່າ: ລັດຖະບານ ສປ ຈີນ ປະກາດໃຫ້ການຊ່ວຍ ເຫລືອ ສປປ ລາວ 87 ລ້ານກວ່າຢວນ ເພື່ອຍົກລະດັບ ແລະ ປັບປຸງການພັດທະນາພື້ນຖານໂຄງລ່າງ ໃນນະຄອນຫລວງວຽງຈັນໃຫ້ມີສີສັນ ແລະ ກາຍເປັນເມືອງອັດສະລິຍະແບບໃໝ່ຕາມຍຸກຕາມສະໄໝ.  ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເປີດເຜີຍວ່າ: ວັນຊາດ ທີ 2 ທັນວາ 2020 ນີ້ ເສັ້ນທາງສາຍ ຫລັກໃຈກາງນະຄອນຫລວງວຽງຈັນ ແລະ ສວນສາທາລະນະ ປະຕູໄຊ ຈະໄດ້ຮັບການປະຕິຮູບໃຫ້ມີ ຄວາມສະຫວ່າງສະໄຫວ ແລະ ສວຍສົດງົດງາມຂຶ້ນກວ່າເກົ່າ ພາຍຫລັງລັດຖະບານຈີນໄດ້ຊ່ວຍເຫລືອທຶນ ຮອນລ້າໆ ເພື່ອປະກອບສ່ວນເຂົ້າໃນການພັດທະນາ ແລະ ປັບປຸງພື້ນຖານໂຄງລ່າງເຫລົ່ານັ້ນ.
ພາບ: sabaideeasean.orgfree.com
    ທ່ານ ຊົງເລົາ ຢົງນູ ຫົວໜ້າພະແນກພະນັກງານ ແລະ ບໍ່ແຮ່ນະຄອນຫລວງວຽງຈັນ ເປີດເຜີຍວ່າ: ງົບຈຳນວນນີ້ຈະສຸມໃສ່ປັບປຸງລະບົບໄຟຟ້າ, ນ້ຳປະປາຢູ່ສວນປະຕູໄຊ, ປັບປຸງລະບົບນ້ຳພຸ ແລະ ໄຟເຍືອງທາງໃຈກາງນະຄອນຫລວງ ໂດຍຈະເອົາເສົາໄຟຟ້າໂຕໃໝ່ໃສ່ ມີມາດຕະຖານສູງ ເພື່ອປ່ຽນ ແທນເສົາໄຟເຍືອງທາງເກົ່າ ແລະ ຈະເອົາສາຍໄຟຟ້າເຍືອງທາງລົງໃຕ້ດິນໃນ 5 ເສັ້ນທາງ.ມີຖະໜົນ ລ້ານຊ້າງ, ຖະໜົນ 23 ສິງຫາ ແຕ່ປະຕູໄຊຫາວົງວຽນນ້ອຍຂ້າງເດີ່ນທາດຫລວງ, ຖະໜົນໜອງບອນ ແຕ່ສີ່ແຍກໄຟອຳນາດທາດຫລວງເຖິງວົງວຽນ 450 ປີ, ຖະໜົນໄກສອນ ພົມວິຫານ ແຕ່ວົງວຽນ 450 ປີ ຫາປະຕູໄຊ, ຖະໜົນມະໂຫສົດ ແຕ່ 3 ແຍກຫໍຄຳຫາໂຮງໝໍມະໂຫສົດຫາສາມແຍກຕາຝັ່ງເຈື່ອນແຄມ ຂອງ, ຖະໜົນຕາຝັ່ງເຈື່ອນແຕ່ 3 ແຍກຂ້າງສວນອານຸວົງຫາວົງວຽນປາກປ່າສັກ ແລະ ຖະໜົນເສດຖາທິ ລາດ ແຕ່ວົງວຽນປາກປ່າສັກຫາ 4 ແຍກມະໂຫສົດ ເຊິ່ງຄາດວ່າການກໍ່ສ້າງແມ່ນຈະໄດ້ລົງມືໃນກາງ ເດືອນກັນຍາເຖິງວັນຊາດ ທີ 2 ທັນວາ ໃຫ້ໄດ້ເປີດນຳໃຊ້.
ຈີນຊ່ວຍກວ່າ 87 ລ້ານຢວນເພື່ອສ້າງຕົວເມືອງອັດສະລິຍະຢູ່ລາວ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING