ຈີນ ຍຶດ ເຂື່ອນລາວແທ້ບໍ່? ມາເບິງຂໍ້ມູນຕົວຈິງຈາກລັດວິສາຫະກິດໄຟຟ້າລາວ.
ດັ່ງທີ່ເຮົາໄດ້ເຫັນຂ່າວໃນສື່ອອນລາຍຕ່າງໆພາກັນລົງຂ່າວ ແລະ ແຊກັນສະນັ່ນເມືອງເວົ້າກັນໄປຕ່າງໆນາໆ, ຈາກກໍລະນີກະແສຂ່າວທີ່ວ່າເຂື່ອນໄຟຟ້າຂອງລາວຖືກ ສປ ຈີນ ຍຶດມາເປັນຂອງຕົນນັ້ນເນືອງຈາກ ສປປ ລາວ ເປັນໜີ້ຫລາຍ ແລະ ບໍ່ມີຄວາມສາມາດສົ່ງໜີ້ຄືນໄດ້. ດັ່ງນັ້ນ, ເຮັດໃຫ້ລັດວິສາຫະກິດໄຟຟ້າລາວ ໄດ້ອອກມາຊີ້ແຈງເຖິງຄວາມຈິງກ່ຽວກັບປະເດັນດັ່ງກ່າວ. ລັດວິສາຫະກິດໄຟຟ້າລາວ EDL ເພຈທາງການຂອງລັດວິສາຫະກິດໄຟຟ້າລາວໄດ້ຊີ້ແຈງວ່າ: ຈາກປະເດັນຂ່າວທີ່ວ່າ ທາງການຈີນຈະຍຶດລະບົບສາທາລະນຸປະໂພກຂອງປະເທດລາວ ໂດຍສະເພາະເຂື່ອນ ແລະ ສາຍສົ່ງ ຄວາມຈິງແລ້ວ ບໍ່ມີການຍຶດໃດໆ ທາງລັດຖະບານຈີນ ຫຼື ບໍລິສັດຈີນ ພຽງແຕ່ເປັນການຮ່ວມມືລະຫວ່າງລາວ-ຈີນ ທີ່ມີມາຍາວນານທີ່ຈະພັດທະນາລະບົບສາຍສົ່ງແຮງສູງຮ່ວມກັນ. ລັດຖະບານລາວ ແລະ ຟຟລ ຢືນຢັນວ່າ: ການຄວບຄຸມບໍລິຫານຈັດການທາງດ້ານພະລັງງານໄຟຟ້າຍັງຢູ່ພາຍໃຕ້ການຄວບຄຸມຂອງລັດຖະບານລາວ ບໍ່ແມ່ນຂອງລັດຖະບານປະເທດອື່ນ.
ພາບ: ລັດວິສາຫະກິດໄຟຟ້າລາວ EDL ການເຂົ້າມາຂອງບໍລິສັດ CSG ທີ່ຈິງແລ້ວເປັນເລື່ອງທີ່ທາງການຈີນສົ່ງລັດວິສາຫະກິດຂອງຈີນເຂົ້າມາຊ່ວຍເຫຼືອລັດຖະບານລາວ ທັງໃນແງ່ເຕັກນິກ, ເງິນທຶນ ເຊິ່ງຄາດວ່າຈະມີເງິນເຂົ້າມາລົງທຶນໃນລະບົບສາຍສົ່ງໄຟຟ້າຂອງປະເທດລາວຈໍານວນຫຼາຍ ເພື່ອຕອບສະໜອງຄວາມຕ້ອງການໄຟ ທີ່ນັບມື້ນັບຫຼາຍຂຶ້ນ ທັງຢູ່ພາຍໃນ ແລະ ປະເທດອ້ອມຂ້າງ.ຜ່ານມາຫຼາຍສິບປີລັດຖະບານລາວມີການເປີດກວ້າງ ການລົງທຶນຂອງພາກເອກະຊົນ ສໍາປະທານໃນແຫຼ່ງຜະລິດ ແຕ່ປັດຈຸບັນໄດ້ເປີດໃຫ້ມີການສໍາປະທານສາຍສົ່ງໄດ້ ແຕ່ ຟຟລ ຍັງເປັນຜູ້ຄວບຄຸມ ແລະ ບັນຊາການເດີນເຄື່ອງໄຟຟ້າ. ເພື່ອຄວາມໝັ້ນຄົງທາງດ້ານພະລັງງານຂອງຊາດ ແລະ ຕອບສະໜອງນະໂຍບາຍຂອງບັນດາປະເທດອາຊຽນ ໃນຂອບການຮ່ວມມືທາງດ້ານພະລັງງານທີ່ສົ່ງເສີມໃຫ້ມີ Asian Power Grid ຫຼື ການເຊື່ອມໂຍງກັນ ດ້ວຍລະບົບສົ່ງໄຟຟ້າ ໃນບັນດາປະເທດອາຊຽນເພື່ອຄວາມໝັ້ນຄົງທາງດ້ານພະລັງງານຂອງທັງໝົດໃນອາຊຽນ.
ລັດວິສາຫະກິດໄຟຟ້າລາວໃຫ້ຄວາມກະຈ່າງແຈ້ງຂ່າວ ຈີນ ຍຶດ ເຂື່ອນລາວ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido.
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์