06 Jun
06Jun

ຊາວສະຫວັນຍີ້ມໄດ້ ແຄມຂອງນະຄອນໄກສອນຫຼັງສຳເລັດຕະຝັ່ງກັນເຈື່ອນ

ສະຫວັນນະເຂດກໍ່ເປັນແຂວງໜື່ງທີ່ຕິດກັບນ້ຳຂອງເຊິງເປັນວິວທີ່ສວຍງາມ ແລະ ເຮັດໃຫ້ຜູ້ຄົນຢາກໄປພັກຜ່ອນເຕົ້າໂຮມ, ເມື່ອມີຕະຝັ່ງກັນເຈື່ອນແລ້ວ ຄວາມປອດໄພກໍ່ສູງຂຶ້ນ ຄວາມສວຍງາມກໍ່ຕ້ອງມາຄວບຄູ່ຄວາມຈະເລີນທາງເສດຖະກິດກໍ່ຄືຮ້ານຄ້າສຳລັບຂາຍເຄື່ອງຂອງຕ່າງໆ ຄືກັນກັບນະຄອນໄກສອນພົມວີຫານທີ່ກຳລັງຈະມີໂສມໜ້າໃໝ່ ຫຼັງການກໍ່ສ້າງຕະຝັ່ງກັນເຈື່ອນສຳເລັດ.
ສຳລັບການສ້າງຕະຝັ່ງກັນເຈື່ອນ ໃນນະຄອນໄກສອນ ພົມວິຫານ, ແຂວງ ສະ ຫວັນນະເຂດ ກຳລັງມີຄວາມຄືບຫນ້າຢ່າງຕໍ່ເນື່ອງ, ຄາດວ່າຈະສໍາເລັດ 100% ໃນຕົ້ນປີ 2021. ໂຄງການດັ່ງກ່າວ ແມ່ນ 1 ໃນ 7 ກິດຈະກໍາທີ່ນອນຢູ່ ໃນໂຄງການພັດທະນາຕົວເມືອງຕາມແລວທາງເສດຖະ ກິດຕາເວັນອອກ-ຕາເວັນຕົກອະນຸພາກພື້ນແມ່ນໍ້າຂອງ ຫລື GMS ຂອງແຂວງ ສະຫວັນນະເຂດ, ເລີ່ມລົງມືກໍ່ສ້າງນັບແຕ່ທ້າຍປີ 2019 ເປັນຕົ້ນມາ, ມູນຄ່າທັງຫມົດ 4,5 ລ້ານກ່ວາໂດລາສະຫະລັດ ໂດຍແມ່ນທະນາຄານພັດທະ ນາອາຊີ ຫລື ADB ສະຫນອງທຶນໃຫ້ ແລະ ຮັບເຫມົາກໍ່ສ້າງໂດຍ ບໍລິສັດ ລາວມີໄຊ ກໍ່ສ້າງ.
ພາບ:laoedaily.com
ທ່ານ ຄໍາຟອງ ວໍລະບຸດ ຮອງຜູ້ອໍານວຍການບໍລິສັດ ລາວມີໄຊກໍ່ສ້າງ ໃຫ້ຮູ້ວ່າ: ໂຄງການນີ້ ປະກອບມີ 2 ຫນ້າວຽກໃຫຍ່ຄືວຽກກໍ່ສ້າງກັນເຈື່ອນແຄມຂອງໃນຄວາມຍາວທັງໜົດ 980 ແມັດ ເລີ່ມຈາກທ່າບັກເກົ່າລຽບລົງໄປ ຕາມລໍາແມ່ຂອງໂດຍຈະໄດ້ມີການຖົມດິນຊາຍອອກຈາກຂອບທາງອອກໄປ 50 ແມ້ດ ແລະ ລຽງຫີນລຽບຕາມແຄມຂອງ, ມີບໍລິມາດຊາຍຖົມທັງໜົດ 246.717 ແມັດກ້ອນ ພ້ອມວຽກຕົບແຕ່ງຄວາມງາມໜ້າເດີ່ນດ້ວຍເບຕົງລວດ ລາຍ, ສວນດອກໄມ້, ບ່ອນຫັດກາຍ, ຈຸດນັ່ງຊົມວິນ-ນັ່ງເບິ່ງເຮືອຊ່ວງ ແລະ ຮ້ານຄ້າຂາຍເຄື່ອງ ເຊິ່ງໜ້າວຽກນີ້ສໍາເລັດແລ້ວຫລາຍກ່ວາ 70%.
ແຄມຂອງນະຄອນໄກສອນຫຼັງສຳເລັດຕະຝັ່ງກັນເຈື່ອນ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido
Comments
* The email will not be published on the website.
I BUILT MY SITE FOR FREE USING