27 Sep
27Sep

ຊົນເຜົ່າກຶມມຸບ້ານຫຼັກ 10 ເມືອງໄຊ ແລະ ບຸນປະເພນີປະຈຳເຜົ່າ.

    ເຜົ່າກຶມມຸ ດຳລົງຊີວິດໃນບັນດາແຂວງແຕ່ພາກເໜືອ ລົງຮອດໃຕ້ ກະຈາຍຢູ່ໃນແຕ່ລະເຂດຂອງແຂວງ, ເຜົ່າກຶມມຸ ມີຈຳນວນພົນລະເມືອງປະມານ 5 ແສນກວ່າຄົນ (ຕາມການສຳຫລວດ ພົນລະເມືອງ ທົ່ວປະເທດ ປີ 1995). ເຜົ່າກຶມມຸ ມີພາສາປາກເວົ້າເປັນ ຂອງ ຕົນເອງ, ພາສາກຶມມຸ ຖືກຈັດເຂົ້າ ໃນ ມວດພາສາມອນ-ຂະແມ, ແຕ່ກໍ່ມີການປາກເວົ້າແຕກຕ່າງ ກັນເລັກນ້ອຍ. ຊົນເຜົ່າກຶມມຸ ນັບຖືຜີ, ມັກຈະປຸກເຮືອນຮ້ານ ແລະ ເຜົ່າກຶມມຸ ມີຄວາມອຸດົມສົມບູນທາງດ້ານສິລະປະວັນນະຄະດີ, ແຕ່ລະແຊງຈະມີການຂັບລຳທີ່ ແຕກຕ່າງກັນ ແລະ ເຄື່ອງດົນຕີ ທີ່ເຮັດດ້ວຍໄມ້ປ່ອງ, ມີການຟ້ອນດາບ, ຟ້ອນທັ່ງບັ້ງ…
    ເຜົ່າກຶມມຸ ມີເຄື່ອງນຸ່ງ ປະຈຳເຜົ່າ ເປັນເອກະລັກສະເພາະ, ແຕ່ປະຈຸບັນອາດຈະບໍ່ຄອຍໄດ້ເຫັນປານໃດຈະເຫັນກໍຊວງມີງາມບູນຕ່າງໆ ຫລື ບູນປະເພນີປະຈຳເຜົ່າເທົ່ານັ້ນ, ເຜົ່າກຶມມຸ ຈະທຳການກະເສດເປັນຕົ້ນຕໍເຊັ່ນ: ປູກເຂົ້າ, ປູກພືດຕ່າງໆ ແລະ ລ້ຽງສັດ.
ພາບ: ໂທລະໂຄ່ງ
    ທາງພັກລັດເຮົາກໍໄດ້ເນັ້ນໃສ່ການສ້າງຈຸດເດັ່ນຊຸກຍູ້ສົ່ງເສີມຮີດຄອງປະເພນີໃຫ້ສືບຕໍ່ໄປແຕ່ລະປີໄດ້ມີການຈັດງານບຸນປະເພນີເພື່ອໃຫ້ມີການທ່ອງທ່ຽວພາຍໃນ ແລະ ດຶງດູບນັກທ່ອງທ່ຽວຕ່າງປະເທດເຂົ້າລາວໃຫ້ຫລາຍຂື້ນ, ເນື່ອງຈາກເປັນທ່າແຮງໜຶ່ງທີ່ສາມາດສ້າງລາຍຮັບເຂົ້າສູ່ປະເທດ.    ດັ່ງນັ້ນ, ອຸດົມໄຊ ກໍ່ເປັນອີກແຂວງໜຶ່ງທີ່ໄດ້ຖືເອົາວຽກງານການທ່ອງທ່ຽວ ເປັນຂະແໜງການສຳຄັນໃນການພັດທະນາເສດຖະກິດ-ສັງຄົມແຂວງ ໂດຍສະເພາະບ້ານຫຼັກ 10 ເມືອງໄຊ ໃຫ້ກາຍເປັນບ້ານວັດທະນະທຳທ່ອງທ່ຽວທາງດ້ານຊົນເຜົ່າ ຄຽງຄູ່ກັບການອະນຸລັກຮັກສາ ໂດຍເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງຊົນເຜົ່າກຶມມຸໃຫ້ຍືນຍົງຕິດພັນກັບການທ່ອງທ່ຽວຫຼາຍຂຶ້ນ.
ຊົນເຜົ່າກຶມມຸ ແລະ ບຸນປະເພນີບ້ານຫຼັກ 10 ເມືອງໄຊ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo 


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING