ຫຼຸດຜ່ອນຂອງນອກຕ້ານໄພເງິນເຟີ້ຫັນມາຊົມໃຊ້ສິນຄ້າພາຍໃນ.
ຈາກການທີ່ລັດຖະບານ ໄດ້ນຳພາປະຊາຊົນລາວເຮົາຜ່ານຜ່າວິດກິດຂອງພະຍາດລະບາດໂຄວິດສາມາດ 19, ພ້ອມທັງນຳພາປະຊາຊົນຜ່ານການ Lock down ໂຄວິດ-19 Pandemic ໄດ້ສໍາເລັດຜົນໃນລະດັບທີ 1 ໃນອາຊຽນ ຮ່ວມກັບ ສສ ຫວຽດນາມ ຕາມບາງແຫຼ່ງຂ່າວຂອງຕ່າງປະເທດ ແລະ ປະຊາຊົນລາວຫລາຍໆຄົນກໍ່ຮູ້ສືກປອດໄພ ແລະ ຫລຸດຜ່ອນຈາກຄວາມກັງວົນຕ່າງໆໃນການໃຊ້ຊິວິດ.
ແຕ່ກໍ່ຍັງມີບັນຫາ ຫລື ສິ່ງທີ່ຕ້ອງແກ້ໄຂ ເພາະຖ້າຈະມາເບິ່ງເລື່ອງຄ່າຂອງເງິນກີບປະຈຸບັນນີ້ແມ່ນຕ່ຳຫລາຍຫາກທຽບໃສ່ກັບເງິນໂດລາ ຫລື ເງິນບາດໄທ, ສະນັ້ນມັນຮອດເວລາອັນຄວນແລ້ວທີ່ປະຊາຊົນລາວທົ່ວສັງຄົມຕ້ອງຕັດສິນໃຈອັດປະຕູ ( ລັອກດາວ Lock down ) ຄວາມເຄີຍຊີນນິຍົມຂອງນອກຄືຕ້ອງ ” ງົດກິນ – ດື່ມ – ນຳໃຊ້ຂອງນອກ ” ໃຫ້ໄດ້ ໃນໄລຍະນີ້ ເພື່ອດຶງລວມຍອດຜະລິດຕະພັນພາຍໃນ ຫຼື GDP ຈາກຕິດລົບ1,80% ໃຫ້ສູງຂຶ້ນກວ່າ 1%, ໃຫ້ໃກ້ 6% ຕາມທີ່ທະນາຄານໂລກໄດ້ຄາດໄວ້ກ່ອນວິກິດໂຄວິດ – 19.
ພາບ: laoedaily.com.laພາບປະກອບຂ່າວທົ່ານັ້ນ
ຈຶ່ງຂໍໃຫ້ບັນດາທ່ານທີ່ມັກກິນຂອງທະເລ ກິນໝາກໄມ້ນອກ ຈັດງານໃຫຍ່ໆ ມັກດື່ມເຫຼົ້າວາຍນອກອັນແພງໆ ມັກໃຊ້ຂອງນອກ ມັກຊື້ຂອງຕ້ອນຂອງຝາກນອກ ຂອງຫຼູຫຼານອກ ຊື້ຂອງຍີ່ຫໍ້ອັນດັງໆນອກ ມາອວດອ້າງກັນໃຫ້ພຽງ ດີໃຈ ແມ່ນຕ້ອງຕັດສິນໃຈ ” ໂຈະ – ງົດ – ຫຼຸດຜ່ອນ ” ໄວ້ກ່ອນ.
ອົງການຈັດຕັ້ງລັດ ແລະ ມະຫາຊົນກ່ຽວຂ້ອງ ຄວນຕ້ອງສ້າງຂະບວນການປຸກລະດົມທົ່ວສັງຄົມລາວໃຫ້ອວ່າຍໜ້າມາ ” ກິນ – ດື່ມ – ໃຊ້ ຂອງຜະລິດພາຍໃນທີ່ມີ ” ໃຫ້ກິນນໍາໃຊ້ໄປກ່ອນໃນໄລຍະນີ້ ອັນທີ່ບໍ່ຂັດຂວາງການພັດທະນາເສດຖະກິດສັງຄົມລາວເຮົາ ແລະ ບໍ່ຂັດກົດລະບຽບການຄ້າສາກົນທີ່ຫຼາຍປະເທດໄດ້ເຄີຍເຮັດມາແລ້ວ.
ອັດຕາແລກປ່ຽນເງິນຕາ ” ກີບ – ບາດ – ໂດລາ ” ໃນ “ຮູບເສັ້ນສະແດງອັດຕາແລກປ່ຽນ ” ນັ້ນ ມັນສະແດງໃຫ້ເຫັນວ່າເງິນກີບຈະສືບຕໍ່ຕົກຄ່າໄປເລື້ອຍໆ. ຖ້າພວກເຮົາຍັງສືບຕໍ່ບໍລິໂພກຂອງນອກໃນບໍລິມາດສູງຄືທຸກມື້ນີ້ ແລະ ພວກເຮົາຍັງບໍ່ສາມາດ ” ບໍລິຫານສັງຄົມເສດຖະກິດ ” ກໍຄື ” ບໍລິຫານຄົນ ” ໃຫ້ຫຼຸດຜ່ອນຄວາມນິຍົມບໍລິໂພກຂອງນອກຫຼາຍກວ່າ 90% ໃນປັດຈຸບັນໃຫ້ຕໍ່າລົງໃຫ້ໄດ້.
ຫຼຸດຜ່ອນຄ່ານິຍົມຂອງນອກຕ້ານໄພເງິນເຟີ້ຫັນມາຊົມໃຊ້ສິນຄ້າພາຍໃນ.ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์