12 Sep
12Sep

ຊົມຄວາມສວຍງາມຂອງ ຕາດຫຼັກ 5 ແຫຼ່ງທ່ອງທ່ຽວທຳມະຊາດແຂວງອຸດົມໄຊ.

    ຕາດຫຼັກຫ້າ ຫລື ຕາດ “ ຫ້ວຍຊາງ ” ເປັນຊື່ເດີມທີ່ປະຊາຊົນເຄີຍເອີ້ນກັນມາ ເນື່ອງຈາກຫ້ວຍດັ່ງກ່າວມີຊື່ເອີ້ນສອງແບບ ຄື: “ ຫ້ວຍຊາງ ( ໄມ້ຊາງ ) ແລະ ຫ້ວຍຊ້າງນໍ້າ ” ຫ້ວຍດັ່ງກ່າວແມ່ນມີນ້ຳໄຫຼອອກຈາກຕີນພູມາທ້ອນໂຮມກັນຢູ່ຈຸດດຽວ ແລ້ວກໍ່ເກີດເປັນໜອງນ້ຳ ໃຫຍ່ໃສເຢັນຊາວບ້ານຊ່າລືກັນວ່າມີຊ້າງນ້ຳຢູ່ຈຸດນັ້ນອອກກິນນໍ້າຈຶ່ງເອີ້ນວ່າ “ ຕາດຊ້າງ ”.    ເລາະລຽບອ້ອມໄປຕາມບໍລິເວນດັ່ງກ່າວ ຕັ້ງແຕ່ຫົວນ້ຳ ຫຼື ຈຸດນໍ້າອອກຈົນມາຮອດຈຸດປາກນ້ຳ ລ້ວນແຕ່ມີໄມ້ປ່ອງ ( ໄມ້ຊາງ ) ຈຶ່ງເອີ້ນວ່າ “ ຫ້ວຍຊາງ ” ແຕ່ຍ້ອນທີ່ຕັ້ງ ແລະ ໄລຍະທາງປະກອບດ້ວຍຊື່ດັ້ງເດີມຂອງບ້ານທີ່ຢູ່ຈຸດນັ້ນທາງໜ່ວຍງານທ່ອງທ່ຽວຂອງແຂວງ. ມາຮອດປີ 2013 ຕາດນີ້ໄດ້ປ່ຽນຊື່ຈາກຕາດຫ້ວຍຊາງມາເປັນຕາດຫຼັກ 5 ຫຼັງຈາກໄດ້ຮັບການພັດທະນາເປັນສະຖານທີ່ພັກຜ່ອນ ແລະ ທ່ອງທ່ຽວທີ່ສວຍງາມ ແລະ ໜ້າທ່ຽວຊົມຫລາຍຂື້ນ.
ພາບ: laoedaily.com.la
    ໂດຍຕາດດັ່ງກ່າວນີ້ ຕັ້ງຢູ່ບ້ານວຽງສາ ເມືອງໄຊ ແຂວງອຸດົມໄຊ ຫ່າງຈາກເທສະບານເມືອງໄຊ ພຽງແຕ່ 5 ກິໂລແມັດ ແລະ ການເດີນທາງແມ່ນສະດວກສະບາຍ ເນື່ອງຈາກເສັ້ນທາງດັ່ງກ່າວເປັນເສັ້ນທາງປູຢາງ ປະມານ 5 ກິໂລແມັດ ແລະ ເສັ້ນທາງດິນແດງ ປະມານ 1,2 ກິໂລແມັດ.ຕາດຫຼັກ 5 ເປັນຕາດຂະໜາດນ້ອຍມີຄວາມສູງປະມານ 30 ກວ່າແມັດ, ມີນ້ຳໄຫຼຕະຫຼອດປີ ອີງໃສ່ຕາມລະດູຝົນນ້ຳຫຼາຍ ແລະ ລະດູແລ້ງນ້ຳໜ້ອຍ. ຖືວ່າເປັນອີກສະຖານທີ່ໜຶ່ງທີ່ຊາວແຂວງອຸດົມໄຊ ນິຍົມໄປພັກຜ່ອນໃນວັນພັກວຽກ ແລະ ວັນສຳຄັນຕ່າງໆ.
ສິ່ງອໍານວຍຄວາມສະດວກຢູ່ບໍລິເວນຕາດ ປະກອບມີ: ຮ້ານອາຫານ ແລະ ຕູບພັກຜ່ອນ, ສະລອຍນ້ຳ, ອ່າງອາບນໍ້າທໍາມະຊາດເຢັນໆ, ທ່ຽວຊົມຖ່າຍຮູບນ້ຳຕົກຕາດ, ມີໜອງປາຕຶກເບັດ, ທ່ຽວຊົມສວນໝາກໄມ້ຢູ່ບໍລິເວນຕາດ, ຊົມຄວາມງາມຂອງນ້ຳຕົກ, ຖ່າຍພາບ ແລະ ອື່ນໆ ເຊິ່ງເປີດບໍລິ ການທຸກໆມື້ ເລີ່ມແຕ່ເວລາ 9:00 – 18:00 ໂມງ.
ຕາດຫຼັກຫ້າ ອີກໜຶ່ງແຫຼ່ງທ່ອງທ່ຽວທຳມະຊາດແຂວງອຸດົມໄຊ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່  Doodido.



ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING