05 Jun
05Jun

ຜູ້ປະກອບການທີ່ຍັງປິດກິດຈະການຊ່ວງໂຄວິດຕ້ອງຈ່າຍຢ່າງຕ່ຳ 50% ຂອງເງິນເດືອນໃຫ້ລູກຈ້າງ.

ເປັນເວລາຫລາຍເດືອນເຕີບທີ່ຫລາຍໆກິດຈະການໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ ສິບເກົ້າ ແລະ ໄດ້ຍຸດພັກກິດຈະການໄປເຮັດໃຫ້ມີຜົນກະທົບຕໍ່ທັງທຸລະກິດ ແລະ ຜູ້ໃຊ້ແຮງງານຢ່າງຫລວງຫລາຍໂດຍສະເພາະແມ່ນຜູ້ໃຊ້ແຮງງານທີ່ຫາເຊົ້າກິນຄຳ ແລະ ພະນັກງານໃນຮ້າງຮ້ານ, ຮ້ານອາຫານ, ຮ້ານບັນເທິງ, ຮ້ານຟິດເນັດ ແລະ ສະໜາມກິລາຕ່າງໆ.

ເນືອງຈາກມີຫາງສຽງໃນຫລາຍໆກໍລະນີ ແລະ ບາງບໍລິສັດກໍ່ຍັງເປັນປະເດັນຮ້ອນຢູ່ນັ້ນ, ບັນດາແຮງງານຫລາຍໆຄົນຕ່າງກໍ່ໃຫ້ຄວາມສົນໃຈ ແລະ ລໍຖ້າໃຫ້ທາງພາກລັດເຂົ້າມາແກ້ໄຂຊ່ວຍ, ຕາມແຫລ່ງຂ່າວຂອງເວັບໄຊລາວໂພສໃຫ້ຮູ້ວ່າ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ອອກແຈ້ງການ ເມື່ອວັນທີ 1 ມິຖຸນາ 2020 ເຖິງບັນດາຜູ້ປະກອບການ ກິດຈະການຕ່າງໆໃນຂອບເຂດທົ່ວປະເທດສືບຕໍ່ພິຈາລະນາຈ່າຍເງິນເດືອນໃຫ້ຜູ້ອອກແຮງງານຕາມປົກກະຕິ ແລະ ບໍ່ໃຫ້ມີການຍົກເລີກສັນຍາແຮງງານ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19.

ພາບ: laopost.com 

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຍັງໄດ້ແຈ້ງວ່າ ຫາກຫົວໜ່ວຍແຮງງານໃດຍັງບໍ່ທັນຈ່າຍເງິນເດືອນ ຫຼື ຄ່າແຮງງານ ໃຫ້ຜູ້ອອກແຮງງານ ແມ່ນໃຫ້ສືບຕໍ່ພິຈາລະນາຊ່ວຍຈ່າຍຕາມປົກກະຕິ, ຖ້າມີຄວາມຈໍາເປັນແທ້ ແມ່ນໃຫ້ຈ່າຍຢ່າງໜ້ອຍເທົ່າກັບ 50% ຂອງເງິນເດືອນທີ່ເຄີຍໄດ້ຮັບ. ສໍາລັບຜູ້ທີ່ໄດ້ຮັບຄ່າແຮງງານຕາມຜະລິດຕະພັນ ຫຼື ເປັນລາຍວັນ ທີ່ອາດໄດ້ຄ່າແຮງງານຕໍ່າກວ່າຄ່າແຮງງານຕໍ່າສຸດທີ່ລັດຖະບານປະກາດໃຊ້ ກໍ່ໃຫ້ຈ່າຍບໍ່ໃຫ້ຫຼຸດ 50% ຫຼື ເທົ່າກັບ 550.000 ກີບ. ທຸກກໍລະນີ ແມ່ນບໍ່ໃຫ້ລວມມື້ທີ່ຜູ້ອອກແຮງງານໄດ້ເຮັດວຽກປົກກະຕິ ແລະ ວັນພັກບຸນປີໃໝ່ລາວ (ວັນທີ 13-19 ເມສາ 2020) ທີ່ຕ້ອງໄດ້ຈ່າຍປົກກະຕິ.

ກິດຈະການທີ່ຍັງປິດຊ່ວງໂຄວິດນີ້ຕ້ອງຈ່າຍເງິນຄ່າແຮງຢ່າງຕ່ຳ 50%.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido

ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING