30 Jun
30Jun

ຍັງປະຕິບັດການຈຳກັດບໍລິເວນຫລັງຈາກມີຜູ້ເດີນທາງເຂົ້າລາວກວ່າພັນຄົນ.

    ຈາກການລະບາດຂອງພະຍາດໂຄວິດ 19 ມາໄດ້ເຄິງປີ, ສປປ ລາວ ຍັງຄົງເອົາໃຈໃສ່ໃນການປ້ອງກັນ ແລະ ເອົາໃຈໃສ່ເພື່ອບໍ່ໃຫ້ພະຍາດດັ່ງກ່າວກັບຄືນມາລະບາດອີກຮອບສອງ, ສະນັ້ນ ບັນດາສູນກັກບໍລິເວນບາງແຫ່ງກໍ່ຍັງຄົງໄດ້ນຳໃຊ້ຕາມປົກກະຕິໃນການຮັບບັນດາ ແຮງງານ ແລະ ປະຊາຊົນ ກັບເຂົ້າສູ່ປະເທດເຊິ່ງຫລ້າສຸດໃນເດືອນນີ້ໄດ້ມີຜູ້ເຂົ້າມາປະເທດລາວກວ່າພັນຄົນ ແລະ ໄດ້ປະຕິບັດຕາມນະໂຍບາຍການຈຳກັດບໍລິເວນທີ່ລັດວາງອອກ.
ຕາມການລາຍງານຂອງໜັງສືພິມ ເສດຖະກິດການຄ້າໃຫ້ຮູ້ວ່າ ເປັນເວລາ 2 ເດືອນກວ່າແລ້ວ ທີ່ສປປ ລາວ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່, ຫຼ້າສຸດ ການເກັບຕົວຢ່າງກວດວິເຄາະຫາເຊື້ອວັນທີ 28 ມິຖຸນາ ຜ່ານມາໃນຈໍານວນ 262 ຄົນ ຜົນກວດລ້ວນເປັນລົບ ບໍ່ມີຜູ້ຕິດເຊື້ອ. ທັງນີ້, ໃນວັນດຽວກັນມີຜູ້ເດີນທາງເຂົ້າລາວຜ່ານດ່ານຜ່ານແດນຕ່າງໆເຖິງ 1.665 ຄົນ ເຊິ່ງກຸ່ມຄົນເຫຼົ່ານີ້ແມ່ນຕ້ອງຈໍາກັດບໍລິເວນຢູ່ສູນໃຫ້ຄົບ 14ວັນ.
ໃນວັນທີ 29 ມິຖຸນາ 2020 ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວລາຍງານສະພາບການລະບາດຂອງພະຍາດໂຄວິດ-19 ໂດຍການຖະແຫຼງຂອງ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ, ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໂດຍມີສື່ມວນຊົນເຂົ້າຮ່ວມ.
ພາບ: laoedaily.com.la
    ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ກ່າວວ່າ: ການເຝົ້າລະວັງພະຍາດໂຄວິດ-19 ຢູ່ ສປປ ລາວ ຮອດ 17 ໂມງຂອງວັນທີ 28 ມິຖຸນາຜ່ານມາ ດ້ານການຕິດຕາມຜູ້ເດີນທາງຈາກຈຸດຜ່ານແດນຕ່າງໆທົ່ວປະເທດ ມີຜູ້ເດີນທາງເຂົ້າລາວ ທັງໝົດ 1.665 ຄົນ, ເຊິ່ງທຸກຄົນແມ່ນໄດ້ແທກອຸນຫະພູມຮ່າງກາຍ,
ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ຍົກເວັ້ນແຕ່ຜູ້ຂັບລົດຂົນສົ່ງ ແລະ ຜູ້ຕິດຕາມ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.
ດ້ານການເກັບຕົວຢ່າງມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 28 ມິຖຸນາ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 262 ຄົນ, ໃນນັ້ນ ມີແຮງງານລາວກັບມາແຕ່ໄທ 191 ຄົນ, ແຮງງານລາວມາແຕ່ ສປ ຈີນ 6 ຄົນ, ແຮງງານຫວຽດນາມ 25 ຄົນ, ແຮງງານໄທ 4 ຄົນ, ແຮງງານຈີນ 19 ຄົນ ແລະ ບຸກຄົນທົ່ວໄປ 17 ຄົນ, ຜົນກວດທັງໝົດແມ່ນ ບໍ່ພົບເຊື້ອ ໝາຍຄວາມວ່າເປັນເວລາ 78 ມື້ແລ້ວບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ຢູ່ລາວ.
ປະຕິບັດການຈຳກັດບໍລິເວນຫລັງຈາກມີຜູ້ເດີນທາງເຂົ້າລາວກວ່າພັນຄົນ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING