23 Aug
23Aug

ຍີ່ປຸ່ນ ຈະຊ່ວຍເຫຼືອ ເຝິກອົບຮົມການຊອກຄົ້ນ-ກູ້ໄພ ແລະ ບັນເທົາທຸກໄພພິບັດໃຫ້ກອງທັບລາວ.

ກົມພົວພັນຕ່າງປະເທດລາວ ໄດ້ເປີດກອງປະຊຸມທາງໄກ ລະຫວ່າງຄະນະວິຊາການດ້ານການ ຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດຂອງກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ກັບກະຊວງປ້ອງກັນປະເທດຢີ່ປຸ່ນ ເພື່ອຮ່ວມກັນປຶກສາຫາລືກ່ຽວ ກັບແຜນການຮ່ວມມືສອງຝ່າຍ ປະຈຳປີ 2020 ເມື່ອບໍ່ດົນມານີ້.
ພາບ: targetlaos.com
ເປົ້າໝາຍ ແລະ ຈຸດປະສົງຂອງກອງປະຊຸມຄັ້ງນີ້, ເພື່ອເອກະພາບດ້ານເວລາຮ່ວມກັນຕໍ່ການຈັດຕັ້ງຜັນຂະຫຍາຍແຜນຮ່ວມມື ລະຫວ່າງສອງກະຊວງປ້ອງກັນ ປະເທດທີ່ໄດ້ເຊັນຮ່ວມກັນກ່ຽວ ກັບການສ້າງຂີດຄວາມອາດສາມາດດ້ານການຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ ໃຫ້ພະນັກງານນັກຮົບກອງທັບ ປະຊາຊົນລາວ ດ້ວຍການຮ່ວມມື ກັບກອງທັບຢີ່ປຸ່ນມີ 3 ໜ້າວຽກຫລັກ.
1. ໂຄງການເຊື້ອເຊີນຄູ ເຝິກວິຊາຊອກຄົ້ນ-ກູ້ໄພ ແລະ ວິຊາແພດຊ່ວຍເຫຼືອສຸກເສີນຂອງກອງທັບປະຊາຊົນລາວໄປທັດ ສະນະສຶກສາ ແລະ ຖອດຖອນ ບົດຮຽນວຽກງານໄພພິບັດຢູ່ ປະເທດຢີ່ປຸ່ນຕາມແຜນແມ່ນ ລະຫວ່າງ ວັນທີ 22-28/11/ 2020;
2. ໂຄງການເຝິກອົບ ຮົມວິຊາຊອກຄົ້ນ-ກູ້ໄພ ແລະ ວິຊາແພດຊ່ວຍເຫຼືອສຸກເສີນ ປະຈຳປີ ຢູ່ ສປປ ລາວ ຕາມ ແຜນແມ່ນລະຫວ່າງວັນທີ 12-20/12/2020;
3. ເຝິກອົບຮົມວິທີການນຳໃຊ້ເຄື່ອງກົນຈັກໜັກເຂົ້າໃນວຽກງານຊ່ວຍເຫຼືອມະນຸດສະທຳ ແລະ ບັນເທົາທຸກໄພພິບັດ ຢູ່ ສປປ ລາວ ຄາດກະວັນທີ 17/01-14/02/2121.
ຍີ່ປຸ່ນ ຈະຊ່ວຍເຝິກອົບຮົມໃຫ້ກອງທັບລາວໃນການຊ່ວຍເຫຼືອໄພພິບັດ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING