19 Jun
19Jun

ດອນຄອນ-ດອນເດດ ເມືອງໂຂງ ແຂວງ ຈຳປາສັກ ດອນຂອງນັກທ່ອງທ່ຽວ.

ແນນອນການທ່ອງທ່ຽວຂອງນັກທ່ອງທ່ຽວກໍ່ລ້ວນແລ້ວແຕ່ມີຄວາມມັກທີ່ແຕກຕ່າງກັນ, ແຕ່ຖ້າຫາທ່ານໃດການມີໃຈມັກໃນການທ່ອງທ່ຽວແບບພະຈົນໄພ, ມັກສະຖານທີ່ທີ່ຍັງມີຄວາມພື້ນບ້ານ ຫລື ແບບທີ່ເປັນທຳມະຊາດຢູ່ ທ່ານຕ້ອງມາ ດອນຄອນ-ດອນເດດ ນີ້ເລີຍ, ເພາະແຫລ່ງທ່ອງທ່ຽວແຫ່ງນີ້ຍັງໃຫ້ຄວາມຮູ້ສືກແບບທຳມະຊາດທີ່ແທ້ຈິງ ແລະ ເປັນສະຖານທີ່ທີ່ໜ້າສຳພັດຫລາຍ.
ດອນຄອນ-ດອນເດດ ເມືອງໂຂງ ແຂວງ ຈຳປາສັກ ເປັນສະຖານທີ່ນັກທ່ອງທ່ຽວນິຍົມທີ່ຈະໄປທ່ຽວ, ໂດຍສະເພາະໃນກຸ່ມນັກທ່ອງທ່ຽວໄວໜຸ່ມຕ່າງປະເທດໃນລະຫວ່າງ 5-10 ປີຜ່ານມາ, ແຕ່ກ່ອນຢູ່ດອນ ແຫ່ງນີ້ບໍ່ມີກະແສໄຟຟ້າໃຊ້, ມີລັກສະນະແບບທໍາມະຊາດແບບດັ້ງເດີມ, ຈິ່ງເປັນທີ່ນິຍົມຂອງບັນດານັກທ່ອງທ່ຽວແບບພະຈົນໄພ, ປະຊາຊົນໃນຂົງເຂດນັ້ນໃຊ້ຊິວິດຕິດພັນກັບທຳມະຊາດຢ່າງແທ້ຈິງ, ນັກທ່ອງທ່ຽວບາງຄົນໄດ້ມາພັກເຊົາ ຢູ່ດອນຄອນ-ດອນເດດປະມານ 2-3 ມື້, ບາງຄົນອາໄສຢູ່ເປັນອາທິດ ຫຼື ຫຼາຍກວ່ານັ້ນຍ້ອນຕິດໃຈທຳມະຊາດກາງດອນອັນງຽບສະຫງົບ.
ພາບ: laopost.com
ດອນເດດຢູ່ທາງເໜືອດອນຄອນ ຢູ່ທາງໃຕ້ທັງສອງດອນເຕັມໄປດ້ວຍກິ່ນອາຍຂອງບ້ານເຮືອນເກົ່າສະໄໝອານານິຄົມຝຣັ່ງ, ມີຫາດຊາຍຫຼາຍແຫ່ງ, ເຮືອນພັກບັງກະໂລໄມ້ໄຜ່ລາຄາປະຫຍັດແບບທຳມະຊາດ, ມີສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈເຊັ່ນ: ທາງລົດໄຟເກົ່າ, ຊາກຫົວລົດໄຟ, ຂົວທີ່ສ້າງໃນສະໄໝຝຣັ່ງນ້ຳຕົກນ້ອຍໃຫຍ່ທີ່ມີເປັນຈຳນວນຫຼາຍ, ມີສິ່ງອຳນວຍຄວາມສະດວກກະຈາຍຢູ່ທົ່ວທັງດອນຖືເປັນສະຫວັນຂອງນັກທ່ອງທ່ຽວທີ່ຕ້ອງການມາພັກຜ່ອນກັບທຳມະຊາດທີ່ປະຕິເສດບໍ່ໄດ້.ດອນທ່ຽວ!!! ດອນຄອນ-ດອນເດດ ເມືອງໂຂງ ແຂວງ ຈຳປາສັກ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING