ຖ້າຈະເວົ້າເຖິງຕະຫຼາດໃນນະຄອນຫຼວງວຽງຈັນ ຕະຫຼາດໜອງໜ້ຽວ ກໍ່ເປັນໜຶ່ງໃນບັນດາຕະຫຼາດທີ່ມີຢູ່ໃນນະຄອນຫຼວງວຽງຈັນ ທີ່ສັງຄົມ ໃຫ້ຄວາມສົນໃຈເປັນພິເສດ ເພາະເປັນຕະຫຼາດທີ່ຂຶ້ນຊື່ເລື່ອງຜັກສົດທຸກຊະນິດ. ນອກນັ້ນ, ຍັງຕິດ 1 ໃນ 4 ອັນດັບຕະຫຼາດຕົວຢ່າງທີ່ມີໂຄງສ້າງມາດຕະຖານ, ມີການບໍລິຫານຈັດການທີ່ດີ ແລະ ມີສະຖານທີ່ຈອດລົດກວ້າງຂວາງອີກດ້ວຍ.
ຕະຫຼາດເລີມຕົ້ນເປີດໃນປີ 2009 ເປັນຕົ້ນມາ ເຫັນວ່າມີຜົນຕອບຮັບຈາກລູກຄ້າຫຼາຍສົມຄວນ ເຊິ່ງໄລຍະທຳອິດມີແມ່ຄ້າມາໃຊ້ບໍລິການບໍ່ຫຼາຍ ເພາະເປັນຕະຫຼາດເປີດໃໝ່ ແລະ ມີຄົນຮູ້ຈັກໜ້ອຍ, ແຕ່ມາເຖິງໄລຍະໜຶ່ງກໍເລີ່ມມີແມ່ຄ້າເຂົ້າມາໃຊ້ບໍລິການຫຼາຍຂຶ້ນ ຈຶ່ງເຮັດໃຫ້ເຮົາມີລູກຄ້າເພີ່ມຂຶ້ນນັບແຕ່ປີ 2011 ເປັນຕົ້ນມາເຖິງປັດຈຸບັນ ແລະ ອີກເຫດຜົນໜຶ່ງທີ່ເຮັດໃຫ້ແມ່ຄ້າໃຊ້ບໍລິການພວກເຮົາກໍຍ້ອນສະຖານທີ່ສະອາດ ແລະ ເກັບຄ່າເຊົ່າບໍ່ແພງ ເຊິ່ງທຸກຄົນທີ່ເຂົ້າມາຂາຍເຄື່ອງໃນຕະຫຼາດເຮົາຈະໄດ້ຮັບສ່ວນຫຼຸດກໍຄືບໍ່ເສຍຄ່າເຊົ່າ 6 ເດືອນ, ສ່ວນຄ່ານ້ຳ, ຄ່າໄຟຟ້າ ແມ່ນບໍ່ໄດ້ເສຍ ເຊິ່ງໃນຈຸດນີ້ໄດ້ເຮັດໃຫ້ແມ່ຄ້າເຂົາເຈົ້າພໍມີທຶນໝູນວຽນ, ສາມາດຕັ້ງຕົວໄດ້ ເຮັດໃຫ້ຕະຫຼາດເຮົາມີແມ່ຄ້າມາຂາຍເຄື່ອງຫຼາຍ ແລະ ລູກຄ້າກໍເຂົ້າມາໃຊ້ບໍລິການຫຼາຍເຊັ່ນກັນ.
ທ່ານ ປະສິດ ແກ້ວມະໄລພອນ ເຈົ້າຂອງຕະຫຼາດໜອງໜ້ຽວ ບ້ານໜອງໜ້ຽວ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປີດເຜີຍຕໍ່ທີມຂ່າວເສດຖະກິດການຄ້າເມື່ອບໍ່ດົນມານີ້ວ່າ: ຕະຫຼາດແຫ່ງນີ້ສ້າງໃນປີ 2007 ແລະ ເປີດໃຊ້ບໍລິການໃນປີ 2009 ພາຍໃນຕະຫຼາດແຍກອອກເປັນແຕ່ລະໂຊນ ເຊັ່ນ:
ໂຊນຂາຍເຄື່ອງທົ່ວໄປ, ໂຊນຂາຍສິນຄ້າອຸປະໂພກ – ບໍລິໂພກ, ໂຊນຂາຍແມ່ນໝາກໄມ້ ແລະ ຂາຍຂອງກິນສຸກອື່ນໆ.
ສໍາລັບເຫດຜົນທີ່ຜູ້ຄົນມາໃຊ້ບໍລິການໃນຕະຫຼາດໜອງໜ້ຽວແຫ່ງນີ້ຫຼາຍທຸກໆມື້ ຍ້ອນວ່າ: ຕະຫຼາດຂອງພວກເຮົາເປັນຕະຫຼາດທີ່ລືຊື່ເລື່ອງຂາຍຜັກສົດຕາມການເຮັດການສຳຫຼວດພາຍໃນຕະຫຼາດ ເຮົາເຫັນວ່າຜັກສົດຈະຂາຍໝົດໄວກ່ອນສິນຄ້າປະເພດອື່ນໆທີ່ເປີດບໍລິການນັບແຕ່ 6:00 ໂມງ ຫາ 18:00 ໂມງ.
ຕະຫຼາດໜອງໜ້ຽວ ຍັງເປັນທີ່ນິຍົມນຂອງແມ່ຄ້າ ແລະ ຜູ່ບໍລິໂພກ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido