17 Jul
17Jul

ຕາດຄາ ຕາດທໍາມະຊາດທີ່ສວຍງາມ ແລະ ສູງທີ່ສຸດຂອງແຂວງຊຽງ ຂວາງ.

    ສາວຊຽງຂວາງທັງງາມທັງເກັ່ງ, ທຳມະຊາດກໍ່ງາມບໍ່ຕ່າງກັນ ແລະ ຕາດຄາ ເປັນຕາດທໍາມະຊາດທີ່ມີຄວາມສວຍງາມ ແລະ ສູງທີ່ສຸດຂອງແຂວງຊຽງ ຂວາງ ຕັ້ງຢູ່ບ້ານຄັງພະນຽນ ເມືອງໜອງແຮດ, ຫ່າງຈາກເທສະບານເມືອງແປກ ປະມານ 104 ກິໂລແມັດ ຕາມເສັ້ນທາງເລກ 7 ແລະ ຫ່າງຈາກເສັ້ນທາງດັ່ງກ່າວເຂົ້າສູ່ແຫຼ່ງທ່ອງທ່ຽວ ປະມານ 5 ກິໂລແມັດ ເປັນທາງປູດ້ວຍຫີນ.

ຮູບ: ຈາກພະແນກ ຖວທ ແຂວງຊຽງຂວາງ

    ຕາດທີ່ສູງສະງ່າງົດງາມຂອງຊຽງຂວາງອາດເວົ້າໄດ້ວ່າຕ້ອງແມ່ນຕາດຄາ ເຊິ່ງເປັນຕາດທີ່ມີຄວາມສວຍງາມເປັນຢ່າງຍິ່ງ ເພາະນໍ້າຂາວໃສສະອາດທີ່ອອກຈາກຮູຜາໄຫຼລົງມາໂຕນໃສ່ຕາດທີ່ເປັນຫຼາຍຂັ້ນ ກະແຈກກະຈາຍທີ່ມີ ຄວາມສູງ ປະມານ 141 ແມັດ ເຊິ່ງແບ່ງເປັນ 3 ຕາດ ໂດຍຈຸດຕົ້ນນໍ້າຫາຈຸດພັກທີ 3 ມີຄວາມສູງປະມານ 81 ແມັດ ແລະ ຕາດທີ 3 ລົງຮອດຕີນຕາດສູງ 60 ແມັດ ກວ້າງ 40 – 50 ແມັດ, ມີຂັ້ນໄດຍ່າງຕໍ່ກັນເປັນຂັ້ນໆເຊື່ອມຕໍ່ຕາດແຕ່ລະຂັ້ນຢ່າງງາມຕາ.
ຕາມການເລົ່າຂານກັນມາໃນສະໄໝກ່ອນ ຕາດແຫ່ງນີ້ເປັນຕາດຫວງຫ້າມສຳລັບຜູ້ຍິງ ແລະ ຫ້າມຈູງສັດຕ່າງໆມາຂ້າມຕາດແຫ່ງນີ້ ເພາະຫາກຜູ້ຍິງຄົນໃດໄດ້ມາຂ້າມແມ່ນໍ້າແຫ່ງນີ້ແລ້ວກໍຈະບໍ່ສາມາດມີລູກ ຫຼື ຫຼຸລູກ.
ນອກນັ້ນ, ຫາກໃຜຈູງສັດໂດຍສະເພາະແມ່ນໝາ ແລະ ແບ້ ຂ້າມນໍ້າແຫ່ງນີ້ແມ່ນຈະກໍ່ໃຫ້ເກີດໄພພິບັດ ເພາະຜິດກັບພະຍານາກ. ດັ່ງນັ້ນ, ຈຶ່ງໃສ່ຊື່ວ່າ “ ຕາດຄາ ” ເພາະຜູ້ຍິງ ແລະ ສັດບາງຊະນິດບໍ່ສາມາດຂ້າມໄດ້ ແລະ ຕ້ອງຄາຢູ່ທີ່ນີ້ນັ້ນເອງ.
ຕາດຄາ ຕາດທີ່ສວຍງາມ ແລະ ສູງທີ່ສຸດໃນເມືອງໜອງແຮດ ຊຽງຂວາງ



ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido



ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING