ຕາດເທວະດາ ຕາດທີ່ມີຄວາມສວຍງາມ ແລະ ໜ້າທ່ອງທ່ຽວ.
ເພື່ອສົ່ງເສີມການທ່ອງທ່ຽວໃຫ້ຄືກຄື້ນ ແລະ ໃຫ້ມີລາຍໄດ້ ເຊິ່ງປົກກະຕິແລ້ວ ການທ່ອງທ່ຽວພາຍໃນເຮົາບໍ່ຄ່ອຍໄດ້ໃຊ້ການລົງທຶນອີຫຍັງຫຼວງຫຼາຍ ເນືອງຈາກປະເທດເຮົາແມ່ນມີທຳມະຊາດທີ່ເອື້ອຍອຳນວຍຄວາມສະດວກໃນການທ່ອງທ່ຽວເປັນພື້ນຖານຢູ່ແລ້ວ ສຳຄັນທີ່ສຸດນັ້ນແມ່ນເຮົາຈະເຮັດແນວໃດ ໃຫ້ສະຖານທີ່ທ່ອງທ່ຽວເປັນທີ່ຮູ້ຈັກຂອງສັງຄົມ ດຶງດູດຄົນໄປທ່ຽວໃຫ້ໄດ້ ແລະ ສ້າງສະຖານທີ່ທ່ອງທ່ຽວໃຫ້ເປັນທີ່ຕິດໃຈຂອງນັກທ່ອງທ່ຽວທົ່ວໂລກ.
ພາບ: laopost.comຕາດເທວະດາກໍ່ແມ່ນຕາດໜຶ່ງທີ່ມີຄວາມສວຍງາມ ໜ້າທ່ອງທ່ຽວ ແລະ ມີນິຍາຍເປັນເລື່ອງເລົ່າຂານກັນມາຈາກລຸ້ນສູ່ລຸ້ນ ເຊິ່ງນ້ຳຕົກຕາດເທວະດາ ເກີດມາຈາກຫ້ວຍນ້ຳໃສ, ບ້ານຫາງພູນ້ອຍ ເມືອງສາລະວັນ, ທີ່ຕັ້ງຂອງນ້ຳຕົກຕາດແມ່ນຢູ່ໄກຈາກເທສະບານເມືອງສາລະວັນປະມານ 22 ກິໂລແມັດ ໄປຕາມເສັ້ນທາງເລກທີ 20 ສາລະວັນ-ປາກເຊ ຖ້າຜູ້ໃດໄດ້ມີໂອກາດໄປທ່ອງທ່ຽວທາງພາກໃຕ້ຂໍແນະນຳວ່າ ບໍ່ຄວນພາດຕາດແຫ່ງນີ້ເດັດຂາດ ເຊິ່ງ ນໍ້າຕົກຕາດເທວະດາ ມີຊື່ເດີມວ່າ “ ນໍ້າຕົກຕາດຕະຫຼຸຍ ”.
ຕາມເຖົ້າແກ່ພາຍໃນບ້ານໄດ້ເລົ່າສູ່ກັນຟັງວ່າ: ໃນບໍລິເວນດ້ານລຸ່ມຂອງນ້ຳຕົກຕາດໄດ້ມີພະພຸດທະຮູບສະຖິດຢູ່ໃນຖ້ຳກ້ອງນ້ຳຕົກ ໃນແຕ່ລະປີພໍຮອດເດືອນຫ້າປະຊາຊົນພາຍໃນບ້ານຈັດຕັ້ງບຸນ ແລະ ພາກັນມາຫົດສົງພະ ໃນບໍລິເວນຕໍ່ໜ້ານ້ຳຕົກຕາດຍັງມີຫີນຕັ້ງເປັນຮູບລັກສະນະ ຄ້າຍກັບພົມສີ່ໜ້າ ( ໃນສາສະໜາຮິນດູ ) ໃນອະດີດມີສອງອັນ ແລະ ປັດຈຸບັນເຫຼືອພຽງອັນດຽວຍ້ອນຖືກລະເບີດໃນສະໄໝສົງຄາມ ຕໍ່ມາໃນປີ 2008 ນັກທຸລະກິດເຂົ້າມາສຳປະທານເຂດດັ່ງກ່າວເຫັນວ່ານ້ຳຕົກຕາດມີຄວາມສວຍງາມອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ມີຫີນພົມສີ່ໜ້າ ຈຶ່ງໄດ້ປ່ຽນຊື່ຈາກຕາດຕະຫຼຸຍ ມາເປັນ “ ຕາດເທວະດາ ” ເທົ່າທຸກວັນນີ້.
ຕາດເທວະດາ ຕາດທີ່ມີຄວາມສວຍງາມ ແລະ ໜ້າທ່ອງທ່ຽວ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์