20 May
20May

ຕົ້ນໄມ້ມະນີໂຄດ ຕຳນານຕົ້ນໄມ້ສັກສິດຂອງເມືອງລາວ

ດັ່ງທີ່ປະຊາຊົນຄົນລາວຫລາຍໆຄົນຮູ້ກັນດີໃນນິທານຕຳນານ ຕົ້ນໄມ້ມະນີໂຄດ ຫຼື ຕົ້ນແກ້ວມະນີໂຄດ ທີ່ເຊື່ອກັນວ່າເປັນຕົ້ນໄມ້ຕົ້ນດຽວໃນໂລກທີ່ເຕີບໃຫຍ່ທ່າມກາງນຳນານຫຼວງຫຼາຍຢູ່ເທິງໂງ່ນຫີນທີ່ຄ້າຍຄືເກາະນ້ອຍໆ ທີ່ກ່າວໄວ້ວ່າບໍ່ເຄີຍມີຜູໃດໄປເຖິງກາງນ້ຳຕົກຄອນພະເພັງ ເຊິ່ງຖືວ່າເປັນນ້ຳຕົກທີ່ໃຫຍ່ທີ່ສຸດໃນອາຊຽນ ແລະ ຖືຮຽນຂານວ່າເປັນໄນແອງກາຣາແຫ່ງອາຊີ.
ພາບຈາກ: ທ່ອງທ່ຽວດອກບົວ ລາວໃຕ້
ດ້ວຍຄວາມກ້ວາງກ່ວາ 1 ກິໂລແມັດ ແລະ ສູງກວ່າ 15 ແມັດ ກາງແມ່ນ້ຳຂອງ ສາວນ້ຳທີ່ຍາວທີ່ສຸດໃນອານາເຂດທາງພາກໃຕ້ຂອງລາວ ຕິດແຄມຊາຍແດນກຳປູເຈ້ຍ ມີຊາວບ້ານບາງສ່ວນເອີ້ນຕົ້ນໄມ້ມະນີໂຄດນີ້ວ່າ “ຕົ້ນຊີ້ຕາຍປາຍຊີ້ເປັນ” ຈາກຕຳນານຂອງລາວທີ່ເລົ່າຂານກັນໄວ້ວ່າ ເປັນຕົ້ນໄມ້ວິເສດ ຫາກປາຍຊີ້ໄປທາງໃດຈະມີແຕ່ຄວາມຈະເລີນ ໂດຍຕົ້ນໄມ້ມະນີໂຄດມີປາຍຢູ່ 3 ງ່າ ຄື:
ງ່າທີໜຶ່ງຊີ້ໄປທາງແຜ່ນດິນກຳປູເຈ້ຍ, ງ່າທີ່ສອງຊີ້ມາທາງແຜ່ນດິນລາວ ແລະ ງ່າທີສາມງ່າທີ່ໃຫຍ່ກວ່າໝູ່ີ້ໄປທາງແຜ່ນດິນໄທ
ດ້ວຍອຸນຫະພູມທີ່ມີຄວາມຊຸ່ມ ແລະ ລະບົບນິເວດທີ່ເໝາະສົມສະເພາະ ເຮັດໃຫ້ເກີດຕົ້ນໄມ້ຊະນິດນີ້ພຽງຕົ້ນດຽວ ຕົ້ນໄມ້ມະນີໂຄດເປັນຕົ້ນໄມ້ທີ່ເກີດຢູ່ກາງນ້ຳ ເຊິ່ງໄຫລລົງມາຈາກນ້ຳຕົກ ຄອນພະເພັງ ຂຶ້ນຢູ່ທາງກາງລະຫວ່າງຕົ້ນໄມ້ 2 ຕົ້ນ ລັກສະນະຂອງງ່າ ແລະ ໃບບໍ່ດົກໜາ ແຕ່ທີ່ປະຫລາດພິສະດານທີ່ສຸດກໍ່ຄື ແທນທີ່ຕົ້ນໄມ້ມະນີໂຄດຈະຕັ້ງຢູ່ແບບທຳມະຊາດຄືກັນຕົ້ນໄມ້ທົ່ວໄປທີ່ເຕີບໃຫຍ່ຂຶ້ນ ແຕ່ກັບແຫກກົດທຳມະຊາດ ໂດຍປ່ອຍໃຫ້ຮາກແກ້ວ ຮາກຝອຍເກີດຂຶ້ນສູ່ທ້ອງຟ້າ ແນະໃຫ້ກິ່ງກ້ານສາຂາຍັ່ງລົງພື້ນນ້ຳແທນ ໂດຍຍັງຈະເລີນງອກງາມບໍ່ແຫ່ວຕາຍ.
ຕົ້ນໄມ້ມະນີໂຄດ ຕຳນານຕົ້ນໄມ້ສັກສິດຂອງເມືອງລາວ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู

UFABET

แทงบอล

ดูบอล

ดูหนัง HD

Comments
* The email will not be published on the website.
I BUILT MY SITE FOR FREE USING