ໃນພາສາລາວ ຄຳວ່າ ຕື່ມ ແລະ ເຕີມ ເຫັນມີຫລາຍໆທ່ານໃຊ້ທັງຖືກແດ່ຜິດແດ່ ແລະ ຄິດວ່າຫລາຍຄົນກໍ່ຄົງຈະຢາກເຂົ້າໃຈການໃຊ້ຄຳນີ້ ເພື່ອໃຫ້ຖືກຕ້ອງ ແລະ ນະທີ່ນີ້ເຮົາຈະມາອະທິບາຍ ແລະ ຍົກຕົວຢ່າງມາຈັກສອງສາມຕົວຢ່າງເພື່ອໃຫ້ເຂົ້າໃຈເພີມຕື່ມອີກ.
ເຫັນການອະທິບາຍຈາກເຟສບຸກເພຈ ພາສາລາວ ໄດ້ອະທິບາຍໄວ້ຢ່າງໜ້າສົນໃຈ ແລະ ຂໍນຳມາເພື່ອໃຫ້ຫລາຍຄົນໄດ້ຮູ້ ແລະ ເຂົ້າໃຈໄປນຳກັນ ດັ່ງບາງຕົວຢ່າງລຸ່ມນີ້:
ເວລາໄປນັ່ງຢູ່ບ່ອນເຫຍັ້ນເຄື່ອງດື່ມພາໃຫ້ມ່ວນນັ້ນ ພວກເຮົາມັກຈະໄດ້ຍິນບັນດານັກດື່ມທັງຫຼາຍລົມກັນດ້ວຍສຽງລີ້ນພັນແຂ້ວ ພ້ອມດ້ວຍຄຳສັບ ‘ຕື່ມ’ ຢູ່ເລີຍໆ: “ເອົາຕື່ມອີກຈັກຈອກແມ້ ຈຶ່ງເມືອ!”, “ເອົາຕື່ມອີກບໍ່?” ຫຼືບໍ່ກໍ “ຕື່ມໃສ່ເຕັມຈອກເລີຍເດີ!”
ກົງກັນຂ້າມ ບາດເວລາໄປນັ່ງໃກ້ຮ້ານຂາຍບັດໂທລະສັບ ມັກຈະໄດ້ຍິນຄົນໃຊ້ໂທລະສັບມືຖືເວົ້າຄຳວ່າ ‘ເຕີມ’ ຢູ່ເລື້ອຍໆ ເຊັ່ນ “ເອົາບັດເຕີມເງິນໃຫ້ແດ່ ຫ້າສິບພັນກີບ!” ຫຼືບໍ່ກໍ “ບັດເຕີມເງິນສິບພັນມີບໍ່?”
ຄຳສັບ ‘ຕື່ມ’ ແລະ ‘ເຕີມ’ ທີ່ຍົກມາຂ້າງເທິງນີ້ ລ້ວນແຕ່ມີຄວາມໝາຍອັນດຽວກັນ ຄື ເພີ່ມ, ເສີມ, ໃສ່ ຫຼື ເອົາໃສ່ໃຫ້ຫຼາຍຂຶ້ນ. ເວລາໃຊ້ເປັນຄຳຊ້ອນ ເຫັນເພິ່ນມັກຊ້ອນກັບຄຳວ່າ ‘ເພີ່ມ’ ເປັນ ‘ເພີ່ມເຕີມ’ ຫຼື ‘ເພີ່ມຕື່ມ’ ກໍໄດ້ ແລະກໍສາມາດຊ້ອນກັບ ‘ເສີມ’ ເປັນ ‘ເສີມຕື່ມ’ ດັ່ງນີ້ເປັນຕົ້ນ.
ພາສາລາວ ກັບຄວາມໝາຍຂອງຄຳວ່າ ຕື່ມ ແລະ ເຕີມ
ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido