27 Sep
27Sep

ຕ້ອງໄດ້ເຂັ້ມງວດຂື້ນ! ຕົວເລກລັດຖະກອນໃນປີ 2021 ປັບຫລຸດລົງ.

    ຫລາຍໆຄົນຫລັງຈາກຮຽນຈົບແລ້ວ ຫລື ບາງຄົນອາດຈະຈົບແລ້ວຍັງຄົງເປັນອາສາສະໝັກຢູ່ ຫລື ອື່ນໆ ທີ່ຕ້ອງການຕົວເລກໃນການບັນຈຸເຂົ້າເປັນລັດຖະກອນອາດຈະໄດ້ຮັບຜົນກະທົບເນືອງຈາກຕົວເລກລັດຖະກອນທີ່ປັບຫລຸດລົງໃນປີ 2021 ທີ່ຈະມາເຖິງນີ້ ແລະ ກໍອາດຈະມີການແຂ່ງຂັນກັນສ້າງຜົນງານໃຫ້ຫລາຍຂື້ນ.  ຜົນກະທົບຂອງໂຄວິດ-19 ທີ່ກະທົບຕໍ່ປະເທດເຮົາລວມເຖິງ ຕົວເລກລັດຖະກອນທີ່ມີຢູ່ປະຈຸບັນ ລັດຖະບານເຫັນວ່າມີຄວາມພຽງພໍຕໍ່ຄວາມຕ້ອງການແລ້ວ, ສະນັ້ນປີ 2021 ຈະໃຫ້ໂກຕ້າຮັບພະນັກງານລັດຖະກອນພຽງ 1.600 ຕຳແໜ່ງເທົ່ານັ້ນ ແລະ ໃຫ້ບຸລິມະສິດພິເສດແກ່ຂະແໜງສຶກສາ-ສາທາ. ຕາມທີເຫັນໆກັນຜ່ານມາຕົວຈິງເຫັນວ່າພະນັກງານແຕ່ລະຂະແໜງການກໍຍັງມີຫລາຍຄົນຢູ່ ເຊິງຫລາຍຂະແໜງກໍອາດເວົ້າໄດ້ວ່າມີຄົນຫລາຍເກີນໄປດ້ວຍຊ້ຳ ແຕ່ບາງຂະແໜງກໍຍັງຂາດເຂີນຢູ່ ແລະ ຕ້ອງການບຸກຄົນທີ່ມີຄຸນນະພາບເຂົ້າມາໃນລັດຖະກອນ.
ພາບ: laoedaily.com.la
    ອີງຕາມແຫຼ່ງຂ່າວຈາກໜັງສືພິມວຽງຈັນທາຍລາຍງານໃນວັນທີ 24 ກັນຍາ 2020 ນີ້ວ່າ ລັດຖະບານລາວ ຕົກລົງເຫັນດີ ດ້ານຫຼັກການ ທີ່ຈະຮັບລັດຖະກອນໃໝ່ ຈໍານວນ 1.600 ຕໍາແໜ່ງ ໃນປີ 2021, ຫຼຸດລົງຕື່ມ 400 ຕໍາແໜ່ງ ທຽບໃສ່ປີ 2020.    ສາເຫດຂອງການຮັບພະນັກງານລັດຖະກອນຫຼຸດລົງ ໃນປີ 2021 ກໍ່ເນື່ອງຈາກ ຈໍານວນພະນັກງານລັດ ທີ່ມີຫຼາຍແລ້ວ ໃນປະຈຸບັນ,ພ້ອມທັງເປັນການຊ່ວຍໃນການຫຼຸດຜ່ອນ ງົບປະມານລັດ ແລະ ຄວາມຫຍຸ້ງຍາກ ທາງເສດຖະກິດ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ.  ທຸກໆກະຊວງ ແລະ ພະແນກການຕ່າງໆ ຂອງລັດ ຕ້ອງໄດ້ລາຍງານໜ້າວຽກ ແບບລະອຽດ ແລະ ບອກເຖິງຄວາມຕ້ອງການພະນັກງານ ໃນກົມກອງຂອງຕົນຂຶ້ນມາ.  ສ່ວນຂະແໜງການ ທີ່ຈະໄດ້ຮັບບູລິມະສິດ ຮັບສະໝັກລັດຖະກອນຫຼາຍກວ່າໝູ່ ຈະແມ່ນມາຈາກ ຂະແໜງການສຶກສາ ແລະ ສາທາ. ປະຈຸບັນທົ່ວປະເທດ ມີຈໍານວນ ພະນັກງານລັດ ທັງໝົດທີ່ 170.000 ຄົນ ຊຶ່ງພຽງພໍ ກັບຄວາມຕ້ອງການແລ້ວ.
ລັດຖະກອນຍັງຫລາຍແລ້ວ! ປັບຫລຸດຕົວເລກລັດຖະກອນລົງປີ 2021

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING