05 Sep
05Sep

ຖ້າຢາກເຕີບໂຕ ຜະລິດຕະພັນລາວ ຕ້ອງມີການໂຄສະນາ ແລະ ສົ່ງເສີມໃຫ້ຫລາຍຂື້ນ.

ປະຈຸບັນຢູໃນ ສປປ ລາວ ກໍໄດ້ຫັນມາສ້າງຜະລິດຕະພັນຂອງຕົວເອງຂຶ້ນມາ ເປັນຈຳນວນຫຼາຍຕາມທ່າແຮງແຕ່ລະທ້ອງຖິ່ນ ເຊິ່ງເປັນສິນຄ້າທີ່ມີຄຸນນະພາບ ແລະ ມີຮູບຮ່າງໜ້າຕາທີ່ເປັນເອກະລັກຂອງແຕ່ລະຄົນ, ມີຄວາມສວຍງາມ ມີສິລະປະ ສີມືອັນປານີດ, ແຕ່ສິນຄ້າເຫຼົ່ານີ້ຍັງບໍ່ສາມາດເຂົ້າເຖິງຕະຫຼາດ ແລະ ບໍ່ເປັນທີ່ນິຍົມໃນສັງຄົມລາວເທືອດ້ວຍຫລາຍສາຍເຫດ.
ສະນັ້ນ, ເພື່ອເຮັດໃຫ້ຜະລິດຕະພັນຂອງຄົນລາວ ໄດ້ມີໂອກາດເຂົ້າເຖິງຕະຫຼາດ, ສາມາດສະໜອງໃຫ້ຜູ້ບໍລິໂພກພາຍໃນ ທັງເປັນການທົດແທນສິນຄ້ານຳເຂົ້າຈຳນວນໜຶ່ງ ບໍລິສັດ ລາວເບັດສ໌ ຈຶ່ງໄດ້ຮວບໂຮມເອົາບັນດາຜະລິດຕະພັນຕ່າງໆ ມາໂຮມກັນ ເພື່ອສ້າງເປັນສູນລວມຜະລິດຕະພັນລາວ. ທ່ານ ນາງ ລັດສະໝີ ເວດຊະພົງ ປະທານບໍລິສັດ ແມ່ຂອງລາວ ຂາອອກ – ຂາເຂົ້າ ຈຳກັດ ທັງເປັນຜູ້ຈັດການ ບໍລິສັດ ລາວເບັດສ໌ ແລະ ເປັນຜູ້ທີ່ໄດ້ຮັບລິຂະສິດຈັດງານທ໊ອບລາວແບຣນ ກ່າວວ່າ:
ພາບ: laoedaily.com.la
ໃນປັດຈຸບັນພວກເຮົາໄດ້ສ້າງຜະລິດຕະພັນທີ່ຜະລິດໂດຍສີມືຂອງຄົນລາວ ເຊິ່ງເປັນສິນຄ້າທີ່ມີຄຸນນະພາບ ໂດຍສະເພາະຮູບຮ່າງໜ້າຕາ, ການຫຸ້ມຫໍ່ ຫຼື ມາດຕະຖານບໍ່ໄດ້ເປັນຮອງໃຜ ເພື່ອໃຫ້ຄົນລາວໄດ້ເຫັນໃຫ້ສັງຄົມລາວໄດ້ຮູ້ວ່າ ພວກເຮົາໄດ້ສ້າງຜະລິດຕະພັນລາວຂຶ້ນມາແລ້ວ ແລະ ພ້ອມຈະຈຳໜ່າຍ ແຕ່ພວກເຮົາຍັງຂາດເລື່ອງການຕະຫຼາດ, ວິທີການໂຄສະນາ ແລະ ອື່ນໆ.
ຫາກອີງຕາມຫຼັກການແລ້ວຈະຕ້ອງມີຜູ້ຜະລິດ, ຜູ້ເຮັດການຕະຫຼາດ, ແລະ ອື່ນໆ ມາສະໜັບສະໜູນ ຫຼື ເຮັດແນວໃດກໍໄດ້ ເພື່ອໃຫ້ຜູ້ຜະລິດຮູ້ຈັກວິທີການດຳເນີນ ການຕະຫຼາດ, ການໂຄສະນາ ແລະ ອື່ນໆ ເວລາຜະລິດຂຶ້ນມາແລ້ວຕ້ອງມີຕະຫຼາດຮອງຮັບ ແລະ ສາມາດຕອບສະໜອງໄດ້ແທ້ ນັ້ນເປັນສິ່ງທີ່ບ້ານເຮົາຍັງເຮັດບໍ່ທັນໄດ້, ແຕ່ເຖິງຢ່າງໃດກໍຕາມ, ພວກເຮົາໃນນາມຜູ້ຜະລິດແມ່ນໄດ້ເຮັດໄປຄຽງຄູ່ກັບການຮຽນຮູ້.
ສິນຄ້າລາວ ຕ້ອງພັດທະນາໃຫ້ຫລາຍກວ່າເກົ່າເພື່ອໂອກາດທາງຕະຫລາດ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING