ຖ້ຳຂຸນລາງ ນິທານຕຳນານຮັກຂ້າງດຽວທີ່ມີຕໍ່ນາງອົ້ວ.
ຄິດວ່າຫລາຍໆຄົນຄົງເຄີຍໄດ້ຍິນ ແລະ ໄດ້ຟັງເລື່ອງເລົ່ານີ້ມາແຕ່ນ້ອຍ, ຫລື ອາດຈະໄດ້ອ່ານຜ່ານປື້ມນິທານຕ່າງໆຂອງ ລາວເຮົາ, ໃນນັ້ນນິທານເລື່ອງ ຂຸນລູ ນາງອົ້ວກໍ່ແມ່ນນິທານຮັກສາມເສົ້າໜືງທີ່ໄດ້ເປັນທີ່ກ່າວຂານກັນມາຈົນເຖິງປະຈຸບັນ.
 |
ພາບ: laophattananews.com |
ຖໍ້າຂຸນລາງຕັ້ງຢູ່ບໍລິ ເວນເຂດບ້ານຫ້ວຍສ້ານຫ່າງຈາກເມືອງກາສີ ແຂວງ ວຽງຈັນ ໄປທາງທິດຕາເວັນຕົກສຽງເໜືອ ປະມານ 18 ກິໂລແມັດ ຫຼືຈາກນະຄອນຫຼວງວຽງຈັນໄປ ປະມານ 228 ກິໂລແມັດ, ເປັນບໍລິເວນ ທີ່ເຕັມໄປດ້ວຍພູຜາປ່າດົງ ແລະ ມີນໍ້າຕົກຕາດໄຫຼຕະຫຼອດປີ.ທ່ານຮອງຫົວໜ້າຫ້ອງການຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ເມືອງ ກາສີ ໃຫ້ຮູ້ວ່າ: ຖໍ້າດັ່ງກ່າວນີ້ຖືກຄົ້ນພົບໃນປີ 1987 ແລະ ໄດ້ເລີ່ມພັດທະນາໃຫ້ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດຂອງ ເມືອງມາຕັ້ງແຕ່ປີ 2011 ແລະໄດ້ເປີດ ໃຫ້ນັກທ່ອງທ່ຽວເຂົ້າໄປ ທ່ຽວຊົມນັບ ຕັ້ງແຕ່ນັ້ນມາ
ໂດຍສະເລ່ຍແຕ່ລະປີ ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມ ບໍ່ຕໍ່າກວ່າ 5.000 ຄົນ ໂດຍ ສະເພາະລະດູໜາວແມ່ນ ໄດ້ຮັບຄວາມນິຍົມ ແລະ ມີຄວາມຟົດຟື້ນຫຼາຍ ຍ້ອນສະພາບແວດລ້ອມ ແລະ ມີຄວາມສະດວກສະບາຍ ກວ່າລະດູອື່ນໆ.
ທ່ານຮອງຫົວໜ້າຫ້ອງການໃຫ້ຮູ້ອີກວ່າ: ກ່ອນຈະໄດ້ຊື່ວ່າ “ຖໍ້າຂຸນລາງ” ຍ້ອນ ເຫັນວ່າໃນຖໍ້າດັ່ງກ່າວນີ້ມີ ຫີນຍ້ອຍລົງມາກໍ່ໃຫ້ເກີດ ມີຮູບລັກສະນະຕ່າງໆຄືກັບ ເຄື່ອງປະກອບໃນຂະບວນ ແຫ່ຂັນໝາກຂອງຂຸນລາງ ໃນຕຳນານຮັກ “ຂຸນລູ- ນາງ ອົ້ວ”. ເລື່ອງມີຢູ່ວ່າ
ເບິ່ງລາຍລະອຽດເພີ່ມໄດ້ທີ່:
ຖ້ຳຂຸນລາງ ນິທານຕຳນານຮັກຂ້າງດຽວທີ່ມີຕໍ່ນາງອົ້ວຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido