ຖ້ຳຄູນ ຫລື ຖ້ຳນ້ຳລອດ ເຊບັ້ງໄຟ ຖ້ຳທີ່ມີຄວາມງົດງາມ ແລະ ໜ້າທ່ຽວຊົມ.
ຖໍ້ານໍ້າລອດເຊບັ້ງໄຟ ເປັນສະຖານທີ່ທ່ອງ ທ່ຽວທາງດ້ານທໍາມະຊາດທີ່ມີຄວາມສວຍສົດງົດງາມ ແລະ ໂດດເດັ່ນອີກແຫ່ງໜຶ່ງ ເຊິ່ງອ້ອມຮອບໄປດ້ວຍທໍາ ມະຊາດປ່າໄມ້ອັນດົກໜາ ຂຽວງາມອຸ່ມທຸ່ມປົກຄຸມຫຸ້ມຫໍ່ໄປທົ່ວບໍລິເວນຖໍ້າແຫ່ງນີ້ ຈຶ່ງເຮັດໃຫ້ອາກາດມີຄວາມຊຸ່ມຊື່ນດີ ໂດຍມີສາຍລົມເຢັນ ພັດຜ່ານມາຕະຫຼອດເວລາ ພາໃຫ້ຈິດໃຈສົດຊື່ນແຈ່ມໃສໄປດ້ວຍບັນຍາກາດຂອງສິ່ງແວດລ້ອມ ແລະ ທໍາມະຊາດ ແຫ່ງນີ້ຕະຫຼອດເວລາ
ພາບ: laophattananews.comເຖິງແມ່ນຈະ ມີຊື່ວ່າຖໍ້າ ນໍ້າລອດເຊບັ້ງໄຟກໍຕາມ, ແຕ່ ຖໍ້າແຫ່ງນີ້ບໍ່ໄດ້ຕັ້ງຢູ່ເຂດ ເມືອງເຊບັ້ງໄຟຕາມຊື່ນັ້ນ ເລີຍ ແລະ ກໍບໍ່ແມ່ນຕົ້ນກໍາ ເນີດມາຈາກນໍ້າເຊບັ້ງໄຟແຕ່
ຄວາມຈິງແລ້ວ ຖໍ້າແຫ່ງນີ້ຕັ້ງ ຢູ່ເຂດບ້ານໜອງປີງ, ເມືອງ ບົວລະພາ, ແຂວງຄໍາມ່ວນ ເຊິ່ງຫ່າງຈາກຕົວເມືອງນີ້ ໄປ ທາງທິດຕາເວັນອອກສຽງ ເໜືອປະມານ 15 ກິໂລແມັດ ໂດຍໄປຕາມເສັ້ນທາງເລກທີ 12 ມຸ້ງໜ້າສູ່ ເມືອງມະຫາ ໄຊແລ້ວລ້ຽວຂວາກໍຈະຮອດ ຖໍ້າ.
ການມາທ່ຽວຊົມຖໍ້າ ນໍ້າລອດເຊບັ້ງໄຟນີ້ແມ່ນມີ ຄວາມແຕກຕ່າງຈາກສະ ຖານທີ່ທ່ອງທ່ຽວແຫ່ງອື່ນໆ ເພາະເສັ້ນທາງທີ່ເຂົ້າໄປຫາຖໍ້າໃນປັດຈຸບັນນີ້ກໍຍັງເປັນ ເສັ້ນທາງລໍ້-ທາງກວຽນຢູ່ ຕ້ອງໄດ້ມີກິດຈະການຍ່າງ ເລາະປ່າເຂົ້າໄປເພື່ອຈະໄດ້ທ່ຽວຊົມທໍາມະຊາດປ່າໄມ້-ສັດປ່ານາໆຊະນິດ, ທັງເປັນ ການອອກກໍາລັງກາຍໄປ ພ້ອມກັນເລີຍ ເຊິ່ງກິດຈະ ກໍາ ດັ່ງກ່າວນີ້ເຮັດໃຫ້ບັນດາ ນັກທ່ອງທ່ຽວມີຄວາມຊໍາ ນິ ຊໍານານ ແລະ ຊິນເຄີຍມາ ແລ້ວຍ້ອນວ່າຖໍ້າແຫ່ງນີ້ມີ ຄວາມສວຍສົດງົດງາມ, ມີ ຄວາມໂດດເດັ່ນສະດຸດຕາ ອັນເປັນເອກກະລັກສະເພາະທາງດ້ານທໍາມະຊາດທີ່ໄດ້ ເສກສັນປັ້ນແຕ່ງຂຶ້ນມາເພື່ອໃຫ້ຄົນເຮົາໄດ້ມາທ່ຽວຊົມ ,ເປັນຖໍ້າທີ່ມີຄວາມງົດງາມ ແລະ ມີມົນສະເໜ່ກວ່າຖໍ້າ ອື່ນໆໃນດິນແດນແຫ່ງນີ້ຈຶ່ງ ເປັນສາເຫດເຮັດໃຫ້ນັກ ທ່ອງທ່ຽວເຂົ້າມາທ່ຽວຊົມ ເຊິ່ງພາຍຫຼັງທີ່ໄດ້ມາທ່ຽວ ຊົມເຮັດໃຫ້ເຂົາເຈົ້າມີຄວາມພູມໃຈ ແລະ ປະທັບໃຈທີ່ສຸດ ຕໍ່ກັບສະພາບບັນຍາກາດ ພາຍໃນຖໍ້າແຫ່ງນີ້. ຖໍ້ານໍ້າ ລອດເຊບັ້ງໄຟເປັນຖໍ້າທີ່ມີ ຄວາມຍາວເລິກເຂົ້າໄປເຖິງ 9,5 ກິໂລແມັດ.
ຖ້ຳນ້ຳລອດ ຖ້ຳທີ່ມີຄວາມງົດງາມ ແລະ ໂດດເດັນຂອງເຊບັ້ງໄຟຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
น่าดู
UFABET
แทงบอล
ดูบอล
ดูหนัง HD