25 Jun
25Jun

ຖ້ຳຕິ່ງ ຖ້ຳພະພຸດທະຮູບທີ່ໜ້າທ່ຽວຊົມຂອງຫລວງພະບາງ.

ໄປຫລວງພະບາງຫາກຍັງບໍ່ທັນໄດ້ໄປສຳພັດຖ້ຳຕິ່ງກໍ່ຖືວ່າຍັງບໍ່ທັນໄດ້ໄປທ່ຽວຫລາຍບ່ອນເທືອ, ສະນັ້ນຖ້າຜູ້ໃດຫາກໄດ້ໄປທ່ຽວຫລວງພະບາງຕ້ອງໄດ້ລອງໄປທ່ຽວຊົມເບິ່ງເພາະສາມາດເບິ່ງເຫັນໄດ້ງາຍໆຈາກຝັ່ງຂອງນ້ຳຂອງ, ອາດຈະບໍ່ແມ່ນຖ້ຳທີ່ເລີກ ຫລື ໃຫຍ່ຫລາຍ, ແຕ່ໃນນັ້ນເຕັມໄປດ້ວຍພະພຸດທະຮູບທີ່ງົດງາມຫລາຍອົງ, ເຊິງວ່າຖ້ຳຕິ່ງ ໄດ້ຕັ້ງຢູ່ໃນພູໜ່ວຍໜຶ່ງທີ່ຕັ້ງສະຫງ່າ ຢູ່ແຄມແມ່ນ້ຳຂອງ ຝັ່ງກົງກັນຂ້າມກັບປາກນ້ຳອູ ເມືອງແລະແຂວງຫຼວງພະບາງ.
ສຳລັບການເດິນທາງ ຢູ່ໄກຈາກຕົວເມືອງຫຼວງພະບາງໄປປະມານ 25 ກິໂລແມັດ ໄປຕາມເສັ້ນທາງເລກທີ 13 ເໜືອ ຜ່ານບ້ານຊ່າງໄຫ ຈົນເຖິງບ້ານປາກອູ ມີເຮືອຂ້າມຟາກໃຫ້ບໍລິການ ດ້ວຍລາຄາບໍ່ແພງ ຫຼື ຈະນັ່ງເຮືອທີ່່ທ່າວັດຊຽງທອງ ເປັນເຮືອເຊົ່າເໝົາລຳ ເຊິ່ງຈະໄດ້ ທ່ອງທ່ຽວ ແລະ ຊົມວິວທິວທັດສອງຟາກຝັ່ງແມ່ນ້ຳຂອງແບບເຢັນສະບາຍໃຈ ແລະ ຖ້ານັ່ງເຮືອຈາກໃນຕົວເມືອງຈະເປັນການນັ່ງເຮືອ ແລ້ວລ່ອງຂຶ້ນ ໃຊ້ເວລາປະມານ 2 ຊົ່ວໂມງເຄິ່ງ ຂາກັບຈະລ່ອງຕາມນ້ຳໃຊ້ເວລາປະມານຊົ່ວໂມງປາຍ.
ພາບ: laopost.com
ຖ້າຕິ່ງປະກອບໄປດ້ວຍ 2 ຖ້ຳ ແຍກຂວາໄປຖ້ຳລຸ່ມ ແລະແຍກຊ້າຍໄປຖ້ຳເທິງ ຖ້າລຸ່ມນັ້ນສູງ 60 ແມັດ ຈາກພື້ນນ້ຳ ມີລັກສະນະເປັນອຸໂມງຖ້ຳຕື້ນໆ ມີຫິນງອກຫິນຍ້ອຍເລັກໜ້ອຍ ເປັນຖ້ຳທີ່ມີພະພຸດທະຮູບຈຳນວນຫຼາຍ ແລະຫຼາຍຂະໜາດ ສ່ວນຫຼາຍຈະເປັນພະຢືນ ມີທັງປາງປະທານພອນ ແລະປາງຫ້າມຍາດ ຄວາມສຳຄັນຂອງຖ້ຳຕິ່ງໃນສະໄໝ ບູຮານເປັນບ່ອນສັກກາລະ ບວງສວງດວງວິນຍານ ຜີຟ້າ ຜີແຖນ ເທວະດາຜາຕິ່ງ.

ທ່ຽວຖ້ຳຕິ່ງ ຖ້ຳພະພຸດທະຮູບທີ່ໜ້າທ່ຽວຊົມຂອງຫລວງພະບາງ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING