24 Apr
24Apr

ຖ້ຳຜູ້ນຳ ແລະ ເມືອງວຽງໄຊດິນແດນວິລະຊົນ

ຖ້າຈະເວົ້າເຖິງເຂດທີ່ໝັ້ນຂອງການ ປະຕິວັດລາວອັນຂຶ້ນຊື່ລືຊາໃນສະໄໝຕໍ່ສູ້ກູ້ຊາດ ຫລື ເວົ້າໄດ້ວ່າເປັນບ່ອນທີ່ບັນດາທ່ານຜູ້ນຳຕ່າງໆໄດ້ເອົາເປັນບ່ອນອາໃສ ແລະ ການເຮັດວຽກປືກສາຫາລືລະຫວ່າງກັນ ແລະ ກັນໃນວຽກງານຕ່າງໆ, ບັນດາທ່ານຜູ້ນຳແຕ່ລະທ່ານກໍ່ຈະມີຖ້ຳຂອງທ່ານເພື່ອເປັນບ່ອນເຮັດວຽກ ຫລື ຫ້ອງການຂອງເພິນນັ້ນເອງ.
ພາບ: laophattananews.com
(ຖ້ຳ ທ່ານ ສຸພານຸວົງ)
ເມືອງວຽງໄຊ, ແຂວງຫົວພັນ ມີບັນດາຖໍ້າປະຫວັດສາດ ອັນສໍາຄັນຂອງອະດີດທ່ານ ຜູ້ນໍາ ຂອງລາວຫຼາຍ ທ່ານ ໃນ ສະໄໝຕໍ່ສູ້ກູ້ຊາດເຊັ່ນ: ຖໍ້າ ທ່ານ ໄກສອນ ພົມວິຫານ,

ທ່ານ ສຸພານຸວົງ, ທ່ານ ໜູຮັກ ພູມສະຫວັນ, ທ່ານ ພູມີ ວົງວິຈິດ, ທ່ານ ຄໍາໄຕ ສີພັນດອນ, ທ່ານ ສີສະຫວາດ ແກ້ວບຸນພັນ, ທ່ານ ສີທົນ ກົມມະດໍາ,

ທ່ານ ໄຟດ່າງ ລໍເບຣຍຢາວ ແລະ ທ່ານ ພູນ ສີປະເສີດ,

ເຊິ່ງ ທັງໝົດເຫຼົ່ານີ້ ມາຮອດປັດຈຸ ບັນໄດ້ກາຍເປັນສະຖານທີ່ມີ ຄວາມໝາຍສໍາຄັນທາງປະ ຫວັດສາດ ໃນການຕໍ່ສູ້ກູ້ຊາດ ອັນຍືດເຍື້ອຍາວນານຂອງການ ປະຕິວັດລາວ.
ພາບ: laophattananews.com
(ທາງເຂົ້າໄປໃນຖ້ຳ ທ່ານ ໄກສອນ ພົມວິຫານ)
ດັ່ງທີ່ເຮົາຮູ້ແລ້ວວ່າ, ບັນ ດາຖໍ້າອະດີດຂອງທ່ານຜູ້ນໍາ ແຫ່ງ ນີ້, ທັງເປັນເຮືອນຢູ່, ທັງ ເປັນບ່ອນວາງແຜນຍຸດທະ ສາດເພື່ອນໍາພາປະຊາຊົນໃນ ການຕໍ່ສູ້ກູ້ຊາດຕ້ານພວກ ລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ເຊິ່ງພັກເຮົາກໍໄດ້ວາງ ແນວທາງການປະຕິວັດລາວຕໍ່ ຕ້ານຍືດເຍື້ອຍາວນານ, ແບບ ປວງຊົນ ແລະ ຮອບດ້ານ.

ພຽງ ໄລຍະສັ້ນໆ ຖານທີ່ໝັ້ນການ ປະຕິວັດໄດ້ ເກີດຂຶ້ນຢູ່ໃນແຕ່ ລະເຂດ, ແຂວງ ຕ່າງໆ, ກໍາລັງ ປະກອບອາວຸດກໍໄດ້ຮັບການ ສ້າງຕັ້ງຂຶ້ນເປັນກອງຮ້ອຍ ເຊັ່ນ: ກອງໄຊ ຈັກກະພັດ, ກອງ ສາມແສນໄທ, ກອງຟ້າງຸ່ມ, ກອງປັດໄຈ ແລະ ອື່ນໆ.

ເບິ່ງລາຍລະອຽດເພີ່ມໄດ້ທີ່: ຖ້ຳຜູ້ນຳ ແລະ ເມືອງວຽງໄຊດິນແດນວິລະຊົນ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


น่าดู

UFABET

แทงบอล

ดูบอล

ดูหนัง HD


Comments
* The email will not be published on the website.
I BUILT MY SITE FOR FREE USING