14 Aug
14Aug

ຖ້ຳພໍ່ບົວ ຖ້ຳສວຍງາມ ແລະ ສັກສິດທີ່ຄວນໄປສັກກາລະບູຊາ.

    ຖ້າຈະເວົ້າເຖິງສະຖານທີ່ທ່ອງທ່ຽວພາຍໃນເມືອງຊຽງຮ່ອນແລ້ວກໍ່ມີຫຼາຍບ່ອນທີ່ໜ້າສົນໃຈໂດຍສະເພາະທາງດ້ານວັດທະນະທຳ ແລະທຳມະຊາດ,ຄຽງຄູ່ກັນນັ້ນປະຊາຊົນຊາວເມືອງຊຽງຮ່ອນຍັງເປັນຜູ້ທີ່ມີຈິດໃຈໂອບເອື້ອຍອາລີ, ມີຄວາມດຸໝັ່ນຂະຫຍັນພຽງ, ຮັກ ແລະຫວງແຫນໃນມູນເຊື້ອທາງດ້ານມໍລະດົກວັດທະນະທຳອັນດີງາມກໍ່ຄືຂອງຊາດ.
ສະຖານທີ່ທ່ອງທ່ຽວທີ່ເມືອງຊຽງຮ່ອນຄັ້ງນີ້ແມ່ນຈະມານຳສະເໜີສະຖານທີ່ທ່ອງທ່ຽວທາງທຳມະຊາດສິ່ງທີ່ເປັນໜ້າອັດສະຈັນທີ່ເກີດຂຶ້ນຈາກທໍາມະຊາດນັ້ນກໍ່ແມ່ນຖ້ຳພໍ່ບົວ.  ຖ້ຳພໍ່ບົວຫຼືຖໍ້າພະຕັ້ງຢູ່ບ້ານຂິ່ງຫ່າງຈາກເທສະບານເມືອງຊຽງຮ່ອນປະມານ 5 ກິໂລແມັດເທົ່ານັ້ນ, ເປັນສະຖານທີ່ທ່ອງທ່ຽວທີ່ໄດ້ຮັບຄວາມສົນໃຈຫຼາຍສົມຄວນເນື່ອງຈາກວ່າສະຖານທີ່ທ່ອງທ່ຽວແຫ່ງນີ້ມີຄວາມງາມທີ່ເປັນເອກະລັກແບບທຳມະຊາດຖ້ຳພໍ່ບົວຍັງເປັນຖ້ຳທີ່ເກົ່າແກ່ທີ່ທຳມະຊາດສັນສ້າງຂື້ນຢ່າງສວຍສົດງົດງາມ ແລະເປັນທີ່ໜ້າອັດສະຈັັນ.
ພາບ: sethakit-psx.la
    ຊຶ່ງເປັນເວລາດົນນານມາແລ້ວມີພະບົວລຽບປັດສະໂຖພ້ອມດ້ວຍສຳມະເນນ 3 ອົງ ຄື: ສຳມະເນນອິນເຫຼົາ, ສຳມະເນນຄຳ ແລະສຳມະເນນກັນນິຖາພາກັນໄປຈຳສິນພາວັນນາຢູ່ໃນປ່າ, ສ່ວນພະບົວລຽບປັດສະໂຖໄດ້ຈຳສິນຢູ່ໃນຖ້ຳ.  ການທີ່ມີພະສົງໄປຈຳສິນພາວັນນາສຶກສາຮ່ຳຮຽນວິໄນສົງຢູ່ເຂດນັ້ນກໍເລີຍມີອອກຕົນຍາດໂຍມພາຍໃນບ້ານຂິ່ງ ແລະບ້ານຄ້ຳພາກັນມາບູລະນະປະຕິສັງຂອນຖ້ຳແຫ່ງນີ້ດ້ວຍການປຸກສ້າງກຸດຕິ, ກໍ່ພະທາດເຈດີ ແລະໄດ້ນຳເອົາພະພຸດທະຮູບໄປປະດິດສະຖານເພື່ອສັກກາລະບູຊາ.ໃນບຸນປີໃໝ່ລາວຂອງແຕ່ລະປີປະ ຊາຊົນໄດ້ພ້ອມພາກັນໄປຫົດສົງພະພຸດທະຮູບ ແລະເປັນການໄປທ່ຽວຊົມທຳມະຊາດທີ່ມີຄວາມສວຍສົດງົດງາມ.
ຖ້າຫາກທ່ານມີໂອກາດໄດ້ໄປແຂວງໄຊຍະບູລີຖ້າຢາກສຳຜັດບັນຍາກາດແບບນີ້ທ່ານລອງໄປທ່ຽວຊົມຖ້ຳພໍ່ບົວລອງເບິ່ງແລ້ວທ່ານຈະໄດ້ສຳຜັດກັບບັນຍາກາດດີໆ ພ້ອມກັບຄວາມອົບອຸ່ນ ແລະ ສະບາຍໃຈ.
ຖ້ຳພໍ່ບົວ ຖ້ຳສັກສິດທີ່ຄວນໄປສັກກາລະບູຊາ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido



ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING