16 May
16May

ຖໍ້ານໍ້າແອງ ຫຼື ຖ້ຳເກົາເຫລົາ ເມືອງວຽງພູຄາ ແຂວງຫລວງນ້ຳທາ

ຖ້ຳເກົາເຫລົານີ້ເປັນຖ້ຳທີ່ມີຄວາມສວຍງາມເມືອໄດ້ເຂົ້າໄປຊົມທາງໃນ ຈະເຫັນພາບທີ່ຄ້າຍຄືກັບທົ່ງນາຂັ້ນໄດນ້ອຍຫຍາຍກັນຂື້ນໄປຕາມທາງຢາງເຂົ້າໄປໃນຖ້ຳພ້ອມກັບຄວາມໜາວເຢັນຂອງຖ້ຳເຊິງໄດ້ບັນຍາກາດຂອງການເຂົ້າໄປທຽວຖ້ຳອີ່ຫລີ່.
ພາບ: : laogov.gov.la
ຖ້ຳເກົາເຫລົາ ຕັ້ງຢູ່ ບ້ານນ້ຳແອງ ເມືອງວຽງພູຄາ ແຂວງຫລວງນ້ຳທາ ຫ່າງຈາກ ເທດສະບານເມືອງວຽງພູຄາ 12 ກິໂລແມັດ, ທາງໄປຫາ ແຂວງບໍ່ແກ້ວມີຖ້ຳທັງໝົດ 3 ຖ້ຳ,
ຖ້ຳເກົາເລົາເປັນຖ້ຳຫີນປູນ, ເລິກ 3,2 ກິໂລແມັດ, ເລິກເຂົ້າໄປໃນໜ່ວຍພູ, ມີຄວາມສວຍງາມໜ້າປະທັບໃຈຫຼາຍ, ຊາວບ້ານເປັນຜູ້ບໍລິການເກັບຄ່າຜ່ານປະຕູ ແລະ ຈັດລາຍການ ທ່ອງທ່ຽວເຂົ້າຖ້ຳ.
ໃນລະດູຝົນ ພາຍໃນຖ້ຳຈະມີນ້ຳ. ສ່ວນອີກຖ້ຳໜຶ່ງຢູ່ທິດໃຕ້ ຂອງຖ້ຳໃຫຍ່ບໍ່ທັນໄດ້ເປີດ ບໍລິການນັກທ່ອງທ່ຽວເຂົ້າຊົມ ຍ້ອນຊາວບ້ານ ເຊື່ອວ່າເປັນຖ້ຳສັກສິດ. ແຕ່ສາມາດໄປຊົມບ່ອນຮູນ້ຳອອກ ຈາກຖ້ຳ ດັ່ງກ່າວໄດ້ ຈາກເສັ້ນທາງຫຼວງ R3 ປະມານ 5 ນາທີ. ຕາມຕຳນານກ່າວກັນວ່າ: ມີ ງູ ເຫຼືອມໂຕໜຶ່ງ ໄດ້ຖືກປ່ອຍເຂົ້າໄປໃນຖ້ຳໂດຍຜູ້ເຖົ້າຄົນໜຶ່ງ ຊຶ່ງເປັນເຈົ້າຂອງ ທີ່ລ້ຽງງູມາແຕ່ນ້ອຍ, ເຈົ້າຂອງ ງູ ໄດ້ທຸບຕາງູໃຫ້ບອດຍ້ອນມັນກິນສັດລ້ຽງ ຂອງຊາວບ້ານ. ຜູ້ເຖົ້າຄົນນັ້ນຈີ່ງໄດ້ປ່ອຍ ງູ ເຂົ້າຖ້ຳ ແລະ ໄດ້ບອກກັບງູວ່າ ແຕ່ລະປີຈະຈັດພິທີລ້ຽງ. ດັ່ງນັ້ນ ໃນແຕ່ລະປີຊາວບ້ານຈະເອົາໄກ່ ແລະ ໝູມາລ້ຽງຢູ່ປາກຖ້ຳ.
ຖໍ້ານໍ້າແອງ ຫຼື ຖ້ຳເກົາເຫລົາ ເມືອງວຽງພູຄາ ແຂວງຫລວງນ້ຳທາ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido

น่าดู

UFABET

แทงบอล

ดูบอล

ดูหนัง HD

Comments
* The email will not be published on the website.
I BUILT MY SITE FOR FREE USING