05 Sep
05Sep

ທອ່ງທຽ່ວຫຼາຍແຫ່ງໃນເມືອງຫິນບູນຈະຖືກພັດທະນາໃຫ້ດີກວ່າເກົ່າ.

ເມຶອງ ຫິນບູນ ເປັນເມືອງໜື່ງທີ່ມີທ່າແຮງ ແລະ ເງື່ອນໄຂໃນການພັດທະນາການທ່ອງທ່ຽວ ເພາະທີ່ຕັ້ງຂອງເມືອງສວ່ນຫຼາຍແມ່ນຕັ້ງລຽບຕາມ ສາຍພູ, ຫວ້ຍນໍ້າໃຫ່ຍ, ອິງຕາມຂ່າວຂອງວຽງຈັນທາຍໃຫ້ຮູ້ວ່າ ຕາມການສໍາຫລວດມີ 8 ຈຸດທີ່ຈະມີການ ພັດທະນາສະຖານທີ່ທອ່ງທຽ່ວ ແລະ ທາງເມືອງກໍ່ໄດ້ເອົາໃຈໃສ່ຊຸກຍູ້ສະໜັບສະໝູນ ສົ່ງເສີມ ໃນຫຼາຍດ້ານເພື່ອດຶງດູດນັກລົງທຶນເຂົ້າມາສໍາປະທານພັດທະນາເພື່ອເຮັດໃຫ້ວຽກງານການພັດທະນາການທອ່ງທຽ່ວໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ.

ພາບ: ວຽງຈັນທາຍ

ທ່ານ ຄໍາສີງ ອໍລະ ວັນ ເຈົ້າເມືອງ ຫິນບຸນ ແຂວງ ຄໍາມວ່ນ ໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ກ່ຽວ ກັບວຽກງານການທ່ອງທ່ຽວພາຍໃນເມືອງຫິນບູນວ່າ:

ສະຖານທີ່ ຂຸນກອງແລງ ບ້ານ ນາຄື ແມ່ນ 1 ໃນ 8 ຈຸດທີ່ໄດ້ມີການພັດທະນາເປັນແຫຼ່ງທ່ອງທ່ຽວ ເພາະສະ ຖານ ທີ່ແຫ່ງນີ້ມີຄວາມອຸດົມສົມບູນທີ່ເຕັມໄປດ້ວຍຕົ້ນ ໄມ້ພຶດພັນທັນຍາຫານ ແລະ ສັດສາວາສິ່ງຕ່າງໆ ຊຶ່ງ ແມ່ນ ບໍລິສັດ ອິນທຣາໂຄໂປເຣຊັນ ຈໍາກັດຜູ້ດຽວ ໄດ້ເຂົ້າມາສໍາປະທານເພື່ອລົງທືນ ພັດທະນາສະຖານ ທີ່ແຫ່ງນີ້ໃຫ້ມີຄວາມສວຍ ງາມ ແລະ ມີກິດຈະກໍາ ຫຼາຍຢ່າງເພື່ອດືງດຸດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

ທ່ານ ພັນທະຈິດ ອິນທິລາດ ປະທານບໍລິສັດ ອິນທຣາໂຄໂປເຣຊັນ ຈໍາກັດຜູ້ດຽວ ກໍໄດ້ກ່າວຕໍ່ທີມງານວຽງຈັນທາຍກ່ຽວກັບ ໂຄງການພັດ ທະນາສະຖານທີ່ທອ່ງທຽ່ວຂຸນກອງແລງ ວ່າ: ໄດ້ເລີ່ມ ພັດທະນາມາແຕ່ປີ 2019 ເປັນຕົ້ນມາ ໂດຍສຸມໃສ່ພັດ ທະນາພື້ນຖານໂຄງລ່າງ ເຊັ່ນ: ເສັ້ນທາງ, ກິດຈະກໍາການ ທ່ອງທ່ຽວເປັນຕົ້ນບັນດາເຮືອນພັກທີ່ມີຫຼາຍຮູບແບບ ທີ່ປຸກລຽບຕາມແຄມຫ້ວຍນໍ້າ, ການຂີ່ເຮືອກາຍັກ, ການຂີ່ສະລິງ ແລະ ອື່ນໆ.

ຈະພັດທະນາແຫຼ່ງທອ່ງທຽ່ວຫຼາຍແຫ່ງໃນເມືອງຫິນບູນ


ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido.


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING