04 Jul
04Jul

ທະນາຄານແຫ່ງ ສປປ ລາວ ຈະສຸມໃສ່ ມາດຕະການຮັກສາສະຖຽນລະພາບເງິນຕາ.

    ຕາມລາຍງານສຳນັກຂ່າວສານປະເທດລາວ ໃຫ້ຮູ້ວ່າ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ລະບຸວ່າ ຈະປະຕິບັດນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນ ໃຫ້ໄດ້ຕາມແຜນທີ່ກໍານົດໄວ້ ເພື່ອຮັບປະກັນໃຫ້ປະລິມານເງິນຂະຫຍາຍຕົວຢູ່ໃນຈັງຫວະທີ່ເສດຖະກິດສາມາດຮັບໄດ້, ບໍ່ສ້າງແຮງກົດດັນໃຫ້ເງິນເຟີ້ເພີ່ມຂຶ້ນ, ທັງສາມາດປະກອບສ່ວນຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ.
    ຕາມການຕີລາຄາຂອງທະນາຄານແຫ່ງ ສປປ ລາວ, ນັບແຕ່ທ້າຍປີ 2018 ເປັນຕົ້ນມາ, ການຮັກສາສະຖຽນລະພາບເງິນຕາແຫ່ງຊາດຂອງ ສປປ ລາວ ໄດ້ປະເຊີນໜ້າກັບສິ່ງທ້າທາຍຫລວງຫລາຍມາຢ່າງຕໍ່ເນື່ອງ, ໂດຍສະເພາະໄລຍະທີ່ຄ່າເງິນໂດລາ ແລະ ບາດ ແຂງຄ່າ ຢ່າງຕໍ່ເນື່ອງໃນຕະຫລາດສາກົນ, ໃນຂະນະທີ່ພື້ນຖານເສດຖະກິດພາຍໃນ ຍັງອາໄສການນໍາເຂົ້າສິນຄ້າ ແລະ ການບໍລິການຈາກຕ່າງປະເທດໃນລະດັບສູງ ບວກກັບປັດໄຈອື່ນໆ.
ພາບ: ສຳນັກຂ່າວສານປະເທດລາວ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ກ່ຽວກັບສະພາບເງິນຕາຕ່າງປະເທດ, ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ມາດຕະການແກ້ໄຂ ໃນອາທິດທີ່ຜ່ານມາ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປລາວ ໄດ້ລະບຸແຈ້ງ ຈະຈັດຕັ້ງປະຕິບັດນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນ ໃຫ້ໄດ້ຕາມແຜນທີ່ກໍານົດໄວ້ ຊຶ່ງຖ້າໄລ່ລຽງຕາມການຊີ້ແຈງຂອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ສັງລວມມາດັ່ງນີ້.1. ຈະຈັດຕັ້ງບັນດາມາດຕະການກະຕຸ້ນເສດຖະກິດ ດ້ວຍການສະໜອງທຶນຜ່ານລະບົບທະນາຄານທຸລະກິດ ເພື່ອປ່ອຍຕໍ່ໃຫ້ບຸກຄົນ ຫລື ນິຕິບຸກຄົນ ທີ່ເຮັດແທ້ທໍາຈິງ ໃຫ້ສາມາດເຂົ້າຫາແຫລ່ງທຶນ ທີ່ມີຕົ້ນທຶນຕໍ່າ ໄດ້ສະດວກຍິ່ງຂຶ້ນຢ່າງເປັນຮູບປະທໍາ ເປັນຕົ້ນ ການ ປູກຝັງ, ລ້ຽງສັດ, ການຜະລິດ ແລະ ປຸງແຕ່ງຜະລິດຕະ ພັນກະສິກໍາ-ອຸດສາຫະກໍາ, ຜະລິດສິນຄ້າອຸປະໂພກ-ບໍລິໂພກ, ຂະແໜງການທ່ອງທ່ຽວ-ການບໍລິການທີ່ປິ່ນອ້ອມ, ຫັດຖະກໍາ ແລະ ທຸລະກິດອື່ນທີ່ສົ່ງເສີມການຜະລິດ ແລະ ສົ່ງອອກ.
2. ຈະຮີບຮ້ອນໃຫ້ສາມາດປະຕິບັດກົນໄກແລກປ່ຽນສະກຸນເງິນທ້ອງຖິ່ນ ກີບ/ຢວນ ກັບທະນາຄານກາງຂອງ ສປ ຈີນ ແລະ ເສີມຂະຫຍາຍໄປສູ່ທະນາຄານກາງປະເທດຄູ່ຄ້າເພີ່ມເຕີມ ເພື່ອສ້າງເງື່ອນໄຂ ເພີ່ມສະພາບຄ່ອງດ້ານເງິນຕາຕ່າງປະເທດໃຫ້ແກ່ປະເທດ ແລະ ຫລຸດຜ່ອນແຮງກົດດັນຈາກການເອື່ອຍອີງເງິນຕາຕ່າງປະເທດສະກຸນໃດໜຶ່ງ ໃນອັດຕາສ່ວນທີ່ຫລາຍ.
3. ສືບຕໍ່ປະສານຂໍຄວາມຮ່ວມມືກັບທຸກພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຢ່າງເຂັ້ມງວດ ເພື່ອຄຸ້ມຄອງກະແສເງິນ ເຂົ້າ-ອອກປະເທດ ໃຫ້ໄດ້ດີຍິ່ງຂຶ້ນ
4. ຈະປະສານສົມທົບກະຊວງການເງິນ ເພື່ອໃຫ້ກະຊວງການເງິນອອກພັນທະບັດຄັງເງິນ ໂດຍຜ່ານການປະມູນຢູ່ທະນາຄານແຫ່ງ ສປປ ລາວ ເພື່ອດຸນດ່ຽງງົບປະມານ.
5. ຈະສືບຕໍ່ປະສານສົມທົບ ແລະ ເຮັດວຽກຢ່າງເປັນປົກກະຕິ ກັບພາກສ່ວນທີ່ຮັບຜິດຊອບ ເປັນຕົ້ນ ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງກະສິກໍາ ແລະ ປ່າໄມ້, ນະຄອນຫລວງວຽງຈັນ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ເພື່ອຮ່ວມກັນແກ້ໄຂບັນຫາທີ່ຕິດພັນກັບການຮັກສາສະຖຽນລະພາບທາງດ້ານລາຄາ ໃຫ້ໄດ້ຢ່າງມີປະສິດທິຜົນ ແລະ ທັນສະພາບ.
5 ມາດຕະການເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook Doodido


ข่าว 

เว็บแทงบอล 

คาสิโน 

UFABET 

ดูบอลออนไลน์ 

Comments
* The email will not be published on the website.
I BUILT MY SITE FOR FREE USING