ເສັ້ນທາງດ່ວນ ວຽງຈັນ-ວັງວຽງ ຈະສຳເລັດປະມານຕົ້ນປີ 2021 ໃຊ້ງົບກວ່າ 1,3 ຕື້ໂດລ່າ.
ເສັ້ນທາງດ່ວນ ວຽງຈັນ-ວັງວຽງ ມີຄວາມຍາວ 109,12 ກິໂລແມັດ, ການອອກແບບແມ່ນອີງຕາມມາດຕະຖານເຕັກນິກທາງດ່ວນຂອງ ສປ ຈີນ,ມີ 4 ຊ່ອງຈະລາຈອນ, ອຸໂມງ 1 ແຫ່ງ ຍາວ 875 ແມັດ, ຂົວ 45 ແຫ່ງຄວາມຍາວ 2.408 ແມັດ, ຄວາມໄວອອກແບບເບື້ອງຕົ້ນ 100 km/h (ໃຊ້ເວລາເດີນທາງພຽງແຕ່ໜື່ງຊົ່ວໂມງເທົ່ານັ້ນ ເພາະວ່າໄລຍະເສັ້ນທາງມີພຽງ 109 km) , ມູນຄ່າລົງທຶນ 1,3 ຕື້ໂດລາ
ພາບ: targetlaos.com ເສັ້ນທາງທີ່ວ່ານີ້ແມ່ນກຸ່ມບໍລິສັດກໍ່ສ້າງ-ລົງທຶນ ແລະຖືຮຸ້ນຈຳກັດ ແຂວງຢູນນານ ສປຈີນ ໄດ້ວ່າຈ້າງບໍລິສັດທີ່ປຶກສາສິ່ງແວດລ້ອມລາວຈຳກັດດຳເນີນການຈັດຕັ້ງປະຕິບັດວຽກງານຊົດເຊີຍສິ່ງກີດຂວາງໃຫ້ຜູ້ທີ່ຖືກຜົນກະທົບຕາມແລວກໍ່ສ້າງທາງດ່ວນຮ່ວມກັບອົງ ການປົກຄອງແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ.ມາຮອດປັດຈຸບັນແມ່ນມີຄວາມຄືບໜ້າຫຼາຍຢ່າງ, ເປັນຕົ້ນໄດ້ລົງທາບທາມເອົາຫົວໜ່ວຍລາຄາຊົດເຊີຍສິ່ງກີດຂວາງຕາມແລວກໍ່ສ້າງທາງດ່ວນທີ່ຜ່ານແຕ່ລະບ້ານລວມທັງໝົດ 65 ບ້ານ, ມີ 4 ເມືອງ ໃນນັ້ນ ແຂວງວຽງຈັນ ກວມເອົາ 3 ເມືອງ 40 ບ້ານ ແລະ ນະຄອນຫຼວງວຽງຈັນ 01 ເມືອງ 25 ບ້ານ; ພ້ອມນີ້ຍັງໄດ້ຄົ້ນຄວ້າກ່ຽວກັບລາຄາຫົວໜ່ວຍຕາມການທາບທາມ ຈາກປະຊາຊົນຜູ້ທີ່ຖືກຜົນກະທົບຮ່ວມ ກັບຄະນະກຳມະການໄກ່ເກ່ຍຂອງແຂວງ ແລະນະຄອນຫຼວງວຽງຈັນ, ໄດ້ຈັດກອງປະຊຸມຂັ້ນບ້ານກ່ຽວກັບການເຜີຍແຜ່ລາຄາຕາມການທາບທາມໃນປະເພດສິ່ງກີດຂວາງຕ່າງໆເປັນຕົ້ນທີ່ດິນ, ຜົນລະປູກ, ສິ່ງປຸກສ້າງ ແລະ ອື່ນໆເປັນທີ່ຮຽບຮ້ອຍແລ້ວ.ສຳລັບການເກັບກຳຂໍ້ມູນສິ່ງກີດຂວາງຕາມແລວກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ໄດ້ແບ່ງເປັນສອງເຂດຄືນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ, ຊຶ່ງນະຄອນຫຼວງວຽງຈັນກຳລັງດຳເນີນການປັກຫຼັກໝາຍ ຂອບເຂດແລວທາງ ແລະ ກະກຽມລົງວັດແທກຕົວຈິງ, ສຳລັບຢູ່ຊ່ວງບ້ານນາຊອນ, ໜອງຄັນຄູ ແລະ ບ້ານອີ່ໄລໃຕ້ ແມ່ນປະຕິບັດການຊົດເຊີຍແລ້ວ ເນື່ອງຈາກເປັນ ເຂດທີ່ຕ້ອງດຳເນີນການກໍ່ສ້າງກ່ອນ.
ເສັ້ນທາງດ່ວນ ວຽງຈັນ-ວັງວຽງ ຈະສຳເລັດປະມານຕົ້ນປີ 2021ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
น่าดู
UFABET
แทงบอล
ดูบอล
ดูหนัง HD