ທາງລົດໄຟຄືບໜ້າໄວກວ່າແຜນກຳລັງສ້າງສະຖານີໃຫຍ່ຕາມແຂວງຕ່າງໆ.
ອີງຕາມການລາຍງານການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ມາຮອດປະຈຸບັນແມ່ນສຳເລັດແລ້ວປະມານ 90% ຂອງໜ້າວຽກທັງໝົດ ເຊິ່ງລື່ນແຜນການທີ່ວາງໄວ້ ໃນເບື້ອງຕົ້ນ ແລະບັນດາບໍລິສັດຮັບເໝົາພວມເລັງໃສ່ກໍ່ສ້າງສະຖານີໃຫຍ່ ຢູ່ບັນດາແຂວງທີ່ມີທາງລົດໄຟຜ່ານ ເພື່ອໃຫ້ທຸກໜ້າວຽກແລ້ວຕາມແຜນ ແລະສາມາດເປີດໃຊ້ຕາມວັນເວລາທີ່ກຳນົດໄວ້.
ດັ່ງທີ່ເຮົາຮູ້ກັນດີແລ້ວວ່າເສັ້ນທາງລົດໄຟ ລາວ-ຈີນ ກ່ຳລັງມີການກໍ່ສ້າງຢ່າງຕໍ່ເນືອງ, ແລະ ໂຄງການເສັ້ນທາງລົດໄຟຄວາມໄວສູງລາວ-ຈີນ ນັບຈາກຊາຍແດນລາວ-ຈີນຫາສະຖານີສຸດທ້າຍນະຄອນຫຼວງວຽງຈັນ ແມ່ນມີຄວາມຍາວທັງໝົດ 409 ກິໂລແມັດ ໂດຍແລ່ນຜ່ານ 5 ແຂວງຄື:
ຫຼວງນ້ຳທາ, ອຸດົມໄຊ, ຫຼວງພະບາງ, ແຂວງວຽງຈັນ ແລະນະຄອນຫຼວງວຽງຈັນ ປະກອບມີທັງໝົດ 32 ສະຖານີ ໃນນີ້ມີ 11 ສະຖານີໂດຍສານ ແລະ ສິນຄ້າ ນອກນັ້ນແມ່ນສະຖານີຫຼີກກັນ ຫຼື ຈອດລໍຖ້າ, ເຊິ່ງປະຈະບັນກ່ຳລັງມີການກໍ່ສ້າງໄປໄດ້ຫລາຍເຕີບແລ້ວ.
ພາບ: www.laothai.netອີງຕາມຂໍ້ມູນລາຍງານຈາກກອງປະຊຸມຄົບຄະນະຊີ້ນຳ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ຈັດຂຶ້ນໃນວັນທີ 22 ມິຖຸນາ 2020 ນີ້ ຢູ່ສະໂມສອນໃຫຍ່ຂອງຫ້ອງວ່າການປົກຄອງແຂວງຫຼວງພະບາງ ໂດຍເປັນປະທານຂອງ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ມີຮອງລັດຖະມົນຕີກະຊວງກ່ຽວຂ້ອງ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ຮອງເຈົ້າແຂວງທີ່ມີແລວທາງລົດໄຟຜ່ານ, ພ້ອມດ້ວຍຄະນະຊີ້ນນໍາໂຄງການຂັ້ນສູນກາງ ແລະທ້ອງຖິ່ນເຂົ້າຮ່ວມ ນັ້ນໃຫ້ຮູ້ວ່າ: ຄວາມຄືບໜ້າ ຂອງໂຄງການກໍ່ສ້າງ ມາຮອດວັນທີ 31 ພືດສະພາ 2020 ປະຕິບັດໄດ້ 89,43% ລື່ນແຜນການ 0,23% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງ.
ການສ້າງທາງລົດໄຟໄວເກີນຄາດໝາຍ ກຳລັງສ້າງສະຖານີແຂວງຕ່າງໆຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Facebook
Doodido
ข่าว
เว็บแทงบอล
คาสิโน
UFABET
ดูบอลออนไลน์